ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຢ້ຽມຢາມບັນດາຮາກຖານເສດຖະກິດຢູ່ ແບນຊິກ

(VOVWORLD) - ນຂອບເຂດການຢ້ຽມຢາມ ລາຊະອານາຈັກແບນຊິກ ແລະ ສະຫະພາບເອີລົບ, ວັນທີ 17 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ໄປຢ້ຽມຢາມ ບາງຮາກຖານເສດຖະກິດ ຢູ່ບັນດານະຄອນ Antwerp ແລະ Ostende ຂອງລາຊະອານາຈັກ ແບນຊິກ. 

ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຢ້ຽມຢາມບັນດາຮາກຖານເສດຖະກິດຢູ່ ແບນຊິກ - ảnh 1ການເຮັດວຽກຂອງຄະນະຜູ້ແທນ ຫວຽດນາມ ທີ່ແບນຊິກ

(ພາບ: ນັກຂ່າວ VOV/Paris)

ໃທີ່ສຳນັກງານຂອງກຸ່ມບໍລິສັດ Rent – A - Port ທີ່ນະຄອນ ທ່າກ່ຳປັ່ນ Antwerp, ຄະນະປະຕິບັດງານຂອງທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ຮັບຟັງການແນະນຳຈາກການນຳກຸ່ມບໍລິສັດແນະນຳກ່ຽວກັບຮູບແບບການລົງທຶນບັນລຸຜົນສຳເລັດຂອງກຸ່ມບໍລິສັດ. ທີ່ ຫວຽດນາມ, ກຸ່ມບໍລິສັດ Rent – A – Port ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ຜັນຂະຫຍາຍຮູບແບບໂຄງການພັດທະນາເຂດອຸດສາຫະກຳ ດິ່ງຫວູ/ Deep –C ໃນແຫຼມ ດິ່ງຫວູ - ຫາຍຟ່ອງ. ດ້ວຍຜົນງານນັ້ນ, ໄລຍະຈະມາເຖິງ, ຄາດວ່າ, Rent – A – Port ຈະພັດທະນາບັນດາເຂດອຸດສາຫະກຳຂຽວຢູ່ນະຄອນ ຫາຍຟ່ອງ ແລະ ກວາງນິງ, ສຸມໃສ່ເຂົ້າບັນດາໂຄງການເຕັກໂນໂລຢີສູງ ແລະ ພະລັງງານຜະລິດຄືນໃໝ່. ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ສະເໜີໃຫ້ກຸ່ມບໍລິສັດ ຄົ້ນຄ້ວາຄວາມສາມາດເຊື່ອມຕໍ່ລະຫວ່າງບັນດາລະບົບໄຟຟ້າແຮງລົມສຳລັບຕາໜ່າງໄຟຟ້າແຫ່ງຊາດ ຫວຽດນາມ. ພາຍຫຼັງໄປຢ້ຽມຢາມນະຄອນ Antwerp, ຄະນະໄດ້ໄປຢ້ຽມຢາມນະຄອນ Ostende ແລະ ເຂົ້າຮ່ວມງານລ້ຽງຂອງເຈົ້າຄອງນະຄອນ Ostende, ທ່ານ Johan Vande Lanotte, ອະດິດຮອງນາຍົກລັດຖະມົນຕີ ແບນຊິກ. ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ກໍ່ໄດ້ໄປຢ້ຽມຢາມ, ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ  ຫວຽດນາມ ປະຈຳ ລາຊະອານາຈັກແບນຊິກ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ປະຈຳ ແບນຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ