ຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ເຮັດວຽກຢູ່ແຂວງ ລາວກາຍ

ຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ເຮັດວຽກຢູ່ແຂວງ ລາວກາຍ - ảnh 1
ທ່ານ ​ເວື​ອງດີງ​ເຫວ້ ຮອງ​ນາຍົກ
ລັດຖະມົນຕີ ເຮັດ​ວຽກ​ຢູ່​ແຂວງ ລາວ​ກາຍ
(ພາບ: ກາວເກືອງ)

(vovworld) – ​ ວັນ​ທີ 12/01 ຄະນະ​ປະຕິບັດ​ງານ​ລັດຖະບານ ຫວຽດນາມ ​ໂດຍ​ທ່ານ ​ເວື​ອງດີງ​ເຫວ້ ຮອງ​ນາຍົກລັດຖະມົນຕີ ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ລາວ​ກາຍ. ກ່າວ​ຄຳ​ເຫ​ັນທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງຂອງ​ແຂວງ ລາວ​ກາຍ, ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ​ເວື​ອງດີງ​ເຫວ້ ຕີ​ລາຄາ​ສູງ​ບັນດາ​ໝາກຜົນ ​ຊຶ່ງ​ແຂວງ ລາວ​ກາຍ ບັນລຸ​​ໄດ້​ໃນ​ປີ 2016. ທ່ານ​ຮອງ​ນາຍົກລັດຖະມົນຕີຖືວ່າ ທາງ​ແຂວງ​ໄດ້​ຂຸດ​ຄົ້ນ​ເປັນ​ຢ່າງ​ດີ, ມີ​ຈຸດ​ສຸມກ່ຽວ​ກັບບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ໃຫຍ່​ຫລວງທີ່​ສຸດ ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການທ່ອງທ່ຽວ, ​ເສດຖະກິດ​ດ່ານ​ຊາຍ​ແດນ, ອຸດສາຫະກຳຂຸດ​ຄົ້ນ​ບໍ່​ແຮ່...ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແຂວງ ລາວ​ກາຍ ຄວນ​ມີ​ກົນ​ໄກ​ນະ​ໂຍບາຍ​ປຸກລະດົມ​​ແຫຼ່ງກຳລັງຫັນ​ເປັນ​ຂອງ​ສັງຄົມ ​ເພື່ອ​ເປີດ​ກ້ວາງ​ການ​ພັດທະນາ​ເຂດ​ເສດ​ຖະກິດ​ດ່ານ​ຊາຍ​ແດນ. ທ່ານ​ຮອງ​ນາຍົກລັດຖະມົນຕີກໍ່​ໃສ່​ໃຈ​ວ່າ ​ແຂວງ ລາວ​ກາຍ ຄວນ​ຊອກ​ຫາ​ບັນດາ​ນັກ​ລົງທຶນ​ມີ​ຍຸດ​ທະ​ສາດ ​ເພື່ອ​ປະຕິບັດ​ບັນດາ​ໂຄງການ​ໃຫຍ່ ຄື​ພັດທະນາ​ເຂດ​ທ່ອງ​ທ່ຽວ ຊາ​ປາ, ສະໜາມ​ບິນ ລາວ​ກາຍ. ກ່ຽວ​ກັບ​ໂຄງການ​ເສັ້ນທາງຄວາມ​ໄວສູງ ​ໂນ້ຍບາຍ - ລາວ​ກາຍ ​ໄປ ຊາ​ປາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດີງ​ເຫວ້ ມອບ​ໃຫ້​ກະຊວງ​ການ​ເງິນ ຄິດ​ໄລ່​ຊັ່ງຊາ​ແຫຼ່ງທຶນສຳຮອງ​ຈາກ​ງົບປະມານ​ສູນ​ກາງ ​ເພື່ອປ່ອຍສິນ​ເຊື່ອ​ປະຕິບັດໂຄງການ​ນີ້​ໂດຍ​ໄວ.

 

ຂ່າວ/ບົດ​ອື່ນ