ຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະຊວງການຕ່າງປະເທດຟ້າມບີ່ງມິງເຂົ້າຮ່ວມງານລ້ຽງບັນດາລັດຖະມົນຕີອາຊຽນ

ຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະຊວງການຕ່າງປະເທດຟ້າມບີ່ງມິງເຂົ້າຮ່ວມງານລ້ຽງບັນດາລັດຖະມົນຕີອາຊຽນ - ảnh 1
ຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະຊວງການຕ່າງປະເທດ
ຟ້າມບີ່ງມິງເຂົ້າຮ່ວມງານລ້ຽງບັນດາລັດຖະມົນຕີອາຊຽນ
(ພາບ: Nguyễn Chí Giáp/TTXVN)

 (vovworld) – ຕອນ​ຄ່ຳ​ວັນ​ທີ 25/4, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ມາ​ເລ​ເຊຍ Anifah Aman ພ້ອມ​ກັບ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຄ້າ​ສາ​ກົນ ແລະ ອຸ​ດ​ສາ​ຫະ​ກຳ Mustapa Mohamed ເປັນ​ເຈົ້າ​ພາບ​ຈັດ​​ງານ​ລ້ຽງ​ຊົມ​ເຊີຍ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ 10 ທ່ານ ແລະ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ເສດ​ຖະ​ກິດ 10 ທ່ານ ​ຂອງບັນ​ດາ​ປະ​ເທດ ອາ​ຊຽນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມິງ ແລະ ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ ອຸດ​ສາ​ຫະ​ກຳ - ການ​ຄ້າ ຫວູ​ຮູຍ​ຮ່​ວາງ ຂອງ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ. ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ Muhyiddin Yassin ເນັ້ນ​ໜັກ​ວ່າ: ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ ແມ່ນ​ກໍ່​ສ້າງ​ຕະຫຼ​າດ​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ພາຍ​ໃນ​ກຸ່ມ ກໍ່​ຄື​ບັນ​ດາ​ຄູ່​ຮ່ວມ​ມື​ນອກກຸ່ມ ອາ​ຊຽນ.

        ວັນ​ທີ 26/4, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມິງ ​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ບັນ​ດາ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບັນ​ດາ​ປະ​ເທດ ອາ​ຊຽນ (AMM) ແລະ ບາງກອງ​ປະ​ຊຸມ​ກ່ຽວ​ຂ້ອງ​ໃນ​ກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 26, ​ທີ່ຈັດ​ຕັ້ງ​ໃນ​ວັນ​ທີ 26 – 27/4 ຢູ່ Kuala Lumpur ແລະ Langkawi, ປະ​ເທດ ມາ​ເລ​ເຊຍ.

 

 

ຂ່າວ/ບົດ​ອື່ນ