ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກກວດກາວຽກງານຮັບປະກັນຄວາມສະຫງົບປອດໄພຢູ່ສະໜາມບິນໂນ້ຍບ່າຍ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກກວດກາວຽກງານຮັບປະກັນຄວາມສະຫງົບປອດໄພຢູ່ສະໜາມບິນໂນ້ຍບ່າຍ - ảnh 1
(ທ່ານ​ ຫງວຽນ​ຊວນ​ຟຸກ ກວດກາ​ວຽກ​ງານ​ຮັບປະກັນ​ຄວາມ​
ສະຫງົບ​ປອດ​ໄພ ຢູ່ທ່າ​ອາກາດ​ສະຍານ​ສາກົນ ​ໂນ້ຍບ່າຍ)

(vovworld) - ວັນ​ທີ 01/02, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ປະທານ​ຄະນະ​ກຳມະການ​ປອດ​ໄພ​​ໃນ​ການຄົມ​ມະນະ​ຄົມ​ແຫ່ງ​ຊາດ, ​ໄດ້ກວດກາ​ວຽກ​ງານ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ການ​ບໍລິການ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງຕ້ອງການຂົນ​ສົ່ງ​ຢູ່ທ່າ​ອາກາດ​ສະຍານ​ສາກົນ ​ໂນ້ຍບ່າຍ ​​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ປີວ​ອກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຮຽກຮ້ອງ​ຂະ​ແໜງ​ການບິນ ສື​ບຕໍ່​ມານະ​ພະຍາຍ​າມ​ເພີ່ມ​ທະວີຄວາມ​ສາມາ​ດ​ຮັບ​ໃຊ້; ຈຳກັດສະພາບ​ຍົກ​ເລີກ​ຖ້ຽວ​ບິນ ​ແລະ ດຳ​ເນີນ​ຖ້ຽວ​ບິນ​ຊ້າ​ກ່ວາ​ກຳນົດ ເຮັດ​ໃຫ້​ຜູ້​ໂດຍສານ​ຕ້ອງ​ລໍ​ຖ້າ​ຢູ່​ສະໜາມ​ບິນ. ທ່ານ​ຮອງ​ນາຍົກລັດຖ​ະມົນຕີ ​ເນັ້ນ​ໜັກ​ວ່າ: ຕ້ອງ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້ການບິນ​ໃນທຸກ​ເງື່ອນ​ໄຂສະພາບ​ການຢ່າງ​ເດັດ​ຂາດ, ພ້ອມ​ທັງ ຮຽກຮ້ອງ​ບັນດາ​ອົງການ​​ທີ່​ກ່ຽວຂ້ອງ​ຕ້ອງ​ຮັບປະກັນຄວາມ​ປອດ​ໄພ​ຄວາມ​​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ສະໜາມ​ບິນ. ກວດກາ​ວຽກ​ງານພາ​ສີ​ຢູ່​ສະໜາມ​ບິນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ຮຽກ​ຮ້ອງບັນດາ​ກຳລັງ​ເຈົ້າ​ໜ້າ​ທີ່​ຕ້ອງ​ເອົາ​ໃຈ​ໃສ່​ສ​້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາຊົນ​ໃນວິວັດ​ການ​ແກ້​ໄຂລະບຽບ​ການບິນ ​ແລະ ສະ​ເໜີ​ຂະ​ແໜງ​ການບິນ ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ລະຫວ່າງ​ບັນດາ​ສະໜາມ​ບິນ ​ເພື່ອຫລຸດຜ່ອນຄວາມດັນ​ໃຫ້​ບັນດາ​ສະໜາມ​ບິນຈຸດ​ສຸມ.

 

ຂ່າວ/ບົດ​ອື່ນ