ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີເປີດສະຫຼອງເສັ້ນທາງດ່ວນຮ່າໂນ້ຍ-ບັກຢາງ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີເປີດສະຫຼອງເສັ້ນທາງດ່ວນຮ່າໂນ້ຍ-ບັກຢາງ - ảnh 1
(ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າ
ຮ່ວມພິທີເປີດສະຫຼອງເສັ້ນທາງດ່ວນຮ່າໂນ້)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 3/1, ຢູ່​ແຂ​ວງ ບັກ​ຢາງ, ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ຫວຽດນາມ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ​້ຍ, ​ແຂວງ​ບັກ​ນິງ ​ແລະ ບັກ​ຢາງ ຈັດ​ຕັ້ງ​ພິທີ​ເປີດ​ສະຫລອງ​ເສັ້ນທາງ​ດ່ວນ​ ໂຄງການ​ປັບປຸງ, ຍົກ​ລະ​ດັບ​ເສັ້ນທາງ​ເລກ 1 ຕອນ ຮ່າ​ໂນ້ຍ - ບັກ​ຢາງ. ​ເຂົ້າ​ຮ່ວມ​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​​ເຈົ້າຂອງລົງທຶນ, ບັນດານັກ​ປະມູນທີ່​ໄດ້ກໍ່ສ້າງສຳ​ເລັດ​ເສັ້ນທາງ​ກ່ອນ​ກຳນົດ​ເວລາ, ປະກອບສ່ວນສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ໄປມາ​​ແລກປ່ຽນຄ້າຂາຍ​ສິນຄ້າ​. ​ເລື່ອງ​ທົ່ວສັງຄົມ​, ​ລົງທຶນ​ຕາມ​ຮູບ​ການ BOT ​ໄດ້​ປະກອບສ່ວນລະດົມ​ບັນດາ​ແຫ​ລ່ງກຳລັງ​ໃນ​ສັງ​ຄົມ ​ເພື່ອ​ພັດທະນາ​ຄົມມະນາຄົມ​ແມ່ນທິດ​ທາງທີ່​ຖືກຕ້ອງ.

        ​ໂຄງການ​ລົງທຶນ​ກໍ່ສ້າງກິດຈະການ​ປັບປຸງ, ຍົກ​ລະດັບ​ເສັ້ນທາງ​ເລກ 1 ຕອນ ຮ່າ​ໂນ້ຍ - ບັກ​ຢາງ ຕາມ​ຮູບ​ການ​ສັນຍາ BOT ​ແມ່ນ​ຕອນໜຶ່ງ​ໃນ​ເສັ້ນທາງ​ດ່ວນ ຮ່າ​ໂນ້ຍ - ລ້າງ​ເຊີນ ມີລວງ​ຍາວ 45,8 Km, ​ໄປຜ່ານ 3 ​ແຂວງ​ນະຄອນ ຮ່າ​ໂນ້ຍ, ບັກ​ນິງ, ບັກ​ຢາງ. ​ໂຄງການ​ໄດ້ຮັບ​ການອອກ​ແບບ​ຕາມ​ມາດຕະຖານ​ເສັ້ນທາງ​ດ່ວນ​ດ້ວຍ​ຄວາມ​ໄວ 100km/h, ລວມມີ 4 ​​ແລວ. ຍອດ​ເງິນ​ລົງທຶນ​​ໃຫ້ໂຄງການ​ແມ່ນ 4.200 ກ່ວາ​ຕື້​ດົ່ງ.

 

ຂ່າວ/ບົດ​ອື່ນ