ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຈລະຈາກັບຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຈລະຈາກັບຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ - ảnh 1
ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ
ເຈລະຈາກັບຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ
(ພາບ: VGP)

(vovworld) - ວັນ​ທີ 6/12, ຢູ່​ສຳນັກງານ​ລັດຖະບານ, ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ປະທານ​ຄະນະ​ກຳມະການ​ຮ່ວມ​ມື​ຫວຽດນາມ - ລາວ, ​ເຈລະຈາ​ກັບທ່ານຮອງ​ນາ​ຍົກ​ລັດຖະມົນຕີລາວ​ ສົມ​ສະຫວາດ ​ເລັ່ງສະຫວັດ. ທີ່​ການ​ເຈລະຈາ, ສອງ​ຝ່າຍ​ໄດ້​ສຳ​ຫຼວດກວດ​ຄືນ​ເນື້ອ​ໃນ​ທັງ​ໝົດ​ຂອງ​ການ​ຮ່ວມ​ມື​ໄລຍະ 2016-2020, ​ເພື່ອ​ກະກຽມ​ເນື້ອ​ໃນ​ລາຍງານ​ກັບ​ຄະນະ​ກຳ​ມະ​ການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ລາວ​ທີ່​ການ​ພົບ​ປະ​ ປະຈຳ​ປີ​ຂອງ​ກົມ​ການ​ເມືອງ​ສອງ​ປະ​ເທດ ​ແລະ ກອງ​ປະຊຸມ​ຄັ້ງ​ທີ 38 ຄະນະ​ກຳ​ມະ​ການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ລາວ. ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລະ ທ່ານຮອງ​ນາ​ຍົກ​ລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ ​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ເມືອງ ​ແລະ ​ແລກປ່ຽນ​ຄະນະ​ພາຍ​ໃຕ້​ຫຼາຍ​ຮູບ​ການ, ບົນ​ຈິດ​ໃຈ​ແທດ​ຈິງ,ມີ​ປະສິດທິ​ຜົນ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນຢູ່​ບັນດາ​ເວທີ​ປາ​ໄສ, ກົນ​ໄກ​ຮ່ວມ​ມື​ຫຼາຍ​ຝ່າຍ​ໃນ​ພາກ​ພື້ນ ​ແລະ ສາກົນ. ຫວຽດນາມ​ຈະ​ໜູນ​ຊ່ວຍ​ລາວ​ໃນ​ການ​ຮັບຜິດຊອບ​ໜ້າ​ທີ່​ບົດບາດ​ເປັນ​ປະທານ​ອາ​ຊຽນປີ 2016 ​ໃຫ້​ສຳ​ເລັດ​ຜົນ. ສອງ​ຝ່າຍ​ຄວນ​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂອບ​ເຂດ​ຫຼາຍ​ຝ່າຍ, ພິ​ເສດ​ແມ່ນ​ເມື່ອ​ປະຊາ​ຄົມ​ອາ​ຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ວັນ​ທີ 31/12/2015.

ສອງ​ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ຮັບປະກັນ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ຄວາມ​ປອດ​ໄພ​ໃນ​ສັງຄົມ; ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຈຸດ​ສຸມ​ຢູ່​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ; ສະກັດ​ກັ້ນ​ການ​ຄ້າ, ຂົນ​ສົ່ງ​ຢາ​ເສບ​ຕິດ​ຂ້າມ​ຊາຍ​ແດນ​ຢ່າງ​ທັນ​ການ ​ແລະ ມີ​ປະສິດທິ​ຜົນ.

ສອງ​ຝ່າຍ​ສືບ​ຕໍ່​ກວດກາ​ບັນດາ​ໂຄງການ​ລົງທຶນ​ຂອງ​ຫວຽດນາມ​ຢູ່​ລາວ; ຜັນ​ຂະຫຍາຍ​ສັນຍາ​ການ​ຄ້າ​ໃໝ່ ​ແລະ ສັນຍາ​ການ​ຄ້າ​ຊາຍ​ແດນ​ຢ່າງ​ຄົບ​ຊຸດ, ມີ​ປະສິດທິ​ຜົນ; ຜັນ​ຂະຫຍາຍ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ລັດຖະບານ​ສອງ​ປະ​ເທດ​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ທາງ​ຄົມມະນາຄົມ​ຂົນ​ສົ່ງ​ຫວຽດນາມ - ລາວ​ໃຫ້​ດີ; ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ; ປະຕິບັດ​ສົນ​ທິສັນຍາ​ກ່ຽວ​ກັຍການ​ຮ່ວມ​ມື​ກໍ່ສ້າງ​ພະນັກງານ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ເຂັ້ມ​ງວດ; ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວ ​ແ​ລະ ສົມທົບ​ກັນ​ແກ້​ໄຂ​ບັນດາ​ເນື້ອ​ໃນ​ກ່ຽວຂ້ອງ​ເຖິງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ