ຮອງນາຍົກລັດຖະມົນຕີຫວູດຶກດາມຮ່ວມພິທີໄຂລາຍການທ່ອງທ່ຽວ“ບັນດາມໍລະດົກເຂດຫວຽດບັກ“


ຮອງນາຍົກລັດຖະມົນຕີຫວູດຶກດາມຮ່ວມພິທີໄຂລາຍການທ່ອງທ່ຽວ“ບັນດາມໍລະດົກເຂດຫວຽດບັກ“ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ 
(ພາບ: VGP)


(vovworld) - ຕອນ​ຄຳ່​ວັນ​ທີ 9/9, ຢູ່​ສະໜາມ​ຫຼວງ ຫງວຽນ​ເຕິ​ດ​ແທ່ງ, ນະຄອນ ຕວຽນ​ກວາງ, ​ແຂວງ ຕວຽນ​ກວາງ, ລາຍການ​ທ່ອງ​ທ່ຽວ “ບັນດາ​ມໍລະດົກ​ເຂດ​ຫວຽດບັກ“ ​ແລະ ງານ​ບຸນ​ນະຄອນ​ຕວຽນ​ກວາງ ປີ 2016 ​ໄດ້​ໄຂ​ຂຶ້ນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ. ດ້ວຍ​ຫົວ​ຂໍ້​ວ່າ “ສີສັນ​ເຂດ ຫວຽດບັກ”. ລາຍການ​ປີ​ນີ້​ໄດ້​ຍ້ອງຍໍ​ຄວາມ​ງາມ​ຂອງ​ບ້ານ​ເກີດ​ເມືອງ​ນອນ, ຂອງ​ຊາວ ຫວຽດບັກ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກສະ​ແດງ​ເກືອບ 700 ຄົນ. ກ່າວ​ຄວາມ​​ເຫັນ​ນະ​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ຕີ​ລາຄາ​ສູງ​ເລື່ອງ 6 ​ແຂວງ​ໃນ​ເຂດ ຫວຽດບັກ ​ໄດ້​ມີ​ຫົວຄິດ​ປະດິດ​ສ້າງ, ​ເປັນ​​ເຈົ້າການຮ່ວມ​ສຳພັນ, ຮ່ວມ​ມື​ເພື່ອ​ພັດທະນາ​ການທ່ອງທ່ຽວ. ຜ່ານ 7 ປີ​ແຫ່ງ​ການ​ປະຕິບັດ, ລາຍການ​ຮ່ວມ​ມື​ພັດທະນາ​ການທ່ອງທ່ຽວ“ບັນດາ​ມໍລະດົກ​ເຂດ​ຫວຽດບັກ“ ​ໄດ້​ບັນລຸ​ຜົນງານ​ຢ່າງ​ຕັ້ງໜ້າ, ພິ​ເສດ​ແມ່ນ​ບັນດາ​ຜົນງານ​ກ່ຽວ​ກັບ​ການ​ຮ່ວມ​ມື​ສົ່ງ​ເສີມ, ​ໂຄສະນາ​ລວມ​ໃນ​ການ​ສ້າງ​ຜະລິດ​ຕະພັນ​ການທ່ອງທ່ຽວ, ອັນ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ມາ​ຢ້ຽມຢາມ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ກໍ່​ຄື​ໃນ​ການ​ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ​ດ້ານ​ການທ່ອງທ່ຽວ, ດຶງ​ດູດ​ການ​ລົງທຶນ​ດ້ານ​ພື້ນຖານ​ວັດຖຸ, ​ເຕັກນິກ​ທີ່​ຮັບ​ໃຊ້​ໃຫ້​ແກ່​ການທ່ອງທ່ຽວ. ລາຍການ​ທ່ອງ​ທ່ຽວ “ບັນດາ​ມໍລະດົກ​ເຂດ​ຫວຽດບັກ“ ​ແລະ ງານ​ບຸນ​ນະຄອນ​ຕວຽນ​ກວາງ ປີ 2016 ຈະ​ແກ່ຍາວ​ເຖິງ​ວັນ​ທີ 12/9.

 

ຂ່າວ/ບົດ​ອື່ນ