ຮອງນາຍົກລັດຖະມົນຕີເວືອງດິງເຫ້ວເຂົ້າຮ່ວມ Amcham Gala 2017

ຮອງນາຍົກລັດຖະມົນຕີເວືອງດິງເຫ້ວເຂົ້າຮ່ວມ Amcham Gala 2017 - ảnh 1
(ທ່ານຮອງນາຍົກລັດຖະມົນຕີເວືອງດິງເຫ້ວເຂົ້າຮ່ວມ Amcham Gala 2017)

(vovworld) - ຕອນ​ຄ່ຳ​ວັນ​ທີ 25/03, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວື້ອງ​ດິ່ງ​ເຫ້ວ ພ້ອມ​ກັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ​ ປະ​ຈຳ​ຫວຽດ​ນາມ Ted Osius ໄດ​້​ເຂົ້າ​ຮ່ວມ Amcham Gala 2017 ໂດຍ​ສະ​ຫະ​ສະ​ມາ​ຄົມ​ການ​ຄ້າ​ອາ​ເມ​ລິ​ກາ (Amcham) ຈັດ​ຕັ້ງ. ຢູ່​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່​ງ​ເຫ້ວ ຖື​ວ່າ, ນີ້​ແມ່ນ​ກາ​ລະ​ໂອ​ກາດ​ທີ່​ດີ​ເພື່ອ​ໃຫ້ 2 ຝ່າຍ​ທົບ​ທວນ​ຄືນ​ບັນ​ດາ​ໝາກ​ຜົນ​ຮ່ວມ​ມື, ລົງ​ທຶນ ເພື່ອ​ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​ອັນ​ດີ​ງາມກວ່າ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີເນັ້ນ​ໜັກ​ວ່າ, ດ້ວຍ​​ເປົ້າໝາຍ​ແມ່ນ​ຊຸກ​ຍູ​້​ດ້ານ​ການ​ຄ້າ - ການ​ລົງ​ທຶນ ແລະ ແມ່ນ​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ​ລັດ​ຖະ​ບານ, ວິ​ສາ​ຫະ​ກິດ 2 ປະ​ເທດ, ໃນ​ໄລ​ຍະ​ຜ່ານ​ມາ ສະ​ຫະ​ສະ​ມາ​ຄົມ​ການ​ຄ້າ​ອາ​ເມ​ລິ​ກາ ຢູ່​ຫວຽດ​ນາມ (Amcham) ໄດ້​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​​ການ​ພັດ​ທະ​ນາ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. ຜ່ານນັ້ນ, ປະ​ກອບ​ສ່ວນ​ຊ່ວຍ​ຫວຽດ​ນາມ ເຊື່ອມ​ໂຍງ​ເຂົ້າ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກກວ່າ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີເຊື່ອ​ໝັ້ນ​ວ່າ, ດ້ວຍ​ຄວາມ​ຕັດ​ສິນ​ໃຈ ແລະ ການ​ກະ​ທຳ​ປ່ຽນ​ໃໝ່​ຂອງ​ພັກ, ລັດ​ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ, ຈະ​ສ້າງສະ​ພາບ​ແວດ​ລ້​ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ສະ​ດວກ​ໃຫ​້​ວິ​ສາ​ຫະ​ກິດ​ທຸກ​ແຫ່ງ ໃນ​ນັ້ນ​ມີ​ວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ.


ຂ່າວ/ບົດ​ອື່ນ