ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການປະຕິບັດກົດໝາຍ,ສ້າງເງື່ອນໄຂໃຫ້ວິສາຫະກິດ

ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການປະຕິບັດກົດໝາຍ,ສ້າງເງື່ອນໄຂໃຫ້ວິສາຫະກິດ - ảnh 1
ພາສີ ຫາຍຟ່ອງ ກວດກາສິນຄ້າ
(ພາບ: ແທງບີ່ງ/ສື່ເອເລັກໂຕນິກຫາຍກວານ)

(vovworld) – ຕອນ​ເຊົ້າ​ວັນ​ທີ 21/6, ​ເມື່ອ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ມະຕິ​ຂອງ​ນາຍົກລັດຖະມົນຕີ ທີ່ປະກາດ​ໃຊ້​ບັນຊີ​ລາຍ​ຊື່​ສິນຄ້າ​ນຳ​ເຂົ້າ​ຕ້ອງ​​ເຮັດ​ລະບຽບ​ການ​ພາສີຢູ່​ດ່ານ​ຊາຍ​ແດນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດິ່ງ​ເຫ້ວ ຮຽກຮ້ອງ​ໃຫ​້ບັນດາ​ກະຊວງ ຕີ​ລາຄາ​ລະດັບ​ຄວາມ​ຈຳ​ເປັນ​ຕ້ອງປະກາດ​​ໃຊ້ມະຕິ​ດັ່ງກ່າວ​ບົນ​ຈິດ​ໃຈ​ປະຕິບັດ​ກົດໝາຍ, ສ້າງ​ເງື່ອນ​ໄຂ​ສະດວກ​​ສູງ​ສຸດ​ໃຫ້​ວິ​ສາ​ຫະກິດ, ມີ​ຄວາມ​ເສລີ​ດ້ານ​ການ​ຄ້າ ​ແລະ ຮັບປະກັນ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ​້​ໂກງ​ດ້ານການ​ຄ້າ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຢັ້ງຢືນ​ວ່າ: ການ​ປະຕິບັດ​ກົດໝາຍ​ໄດ້ຮັບ​​ຖື​ເປັນ​ຕົ້ນຕໍ ​ແຕ່​ຈິດ​ໃຈ​ແມ່ນ​ຕ້ອງ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ, ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ດ້ານ​ການ​ຄ້າ, ພ້ອມ​ທັງ​ຕ້ອງ​ຕອບ​ສະໜອງ​ບັນ​ຫາ​ຄວບ​ຄຸມ​ພາສີ ​ແລະ ການ​ສໍ​້​ໂກງ​ດ້ານການ​ຄ້າ, ຄຸນ​ນະພາ​ບຄວາມ​ປອດ​ໄພ​ສຸຂະອະນາ​ໄມດ້ານ​ອາຫານ, ການປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ສິນຄ້າ​ນຳ​ເຂົ້າ​ນີ້. ສຳລັບ​ສິນຄ້າ​ໃຊ້​ສອຍ​ນຳ​ເຂົ້າ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວ​ືອງດິ່ງ​ເຫ້ວ ຮຽກຮ້ອງ​ໃຫ້​ກະຊວງ​ກາ​ນ​ເງິນ ​ໃສ່​ໃຈ​ປະ​ເພດ​ສິນຄ້າ​ມີ​ອັດຕາພາສີ​ສູງ ບໍ່​​ໝາຍຄວາມວ່າ​ຈະ​ມີ​ຄວາມ​ສ່ຽງ​ສູງ​ກ່ຽວ​ກັບ​ດ້ານ​ພາສີ ​ແລະ ອາກອນ, ບັນດາ​ປະ​​ເພດ​ສິນຄ້າ​ທີ່ມີ​ມູນ​ຄ່າ​ສູງ​ແຕ່​ອັດຕາພາສີ​ຕຳ່​​ແຕ່​ຖ້າ​ຫາກ​ການ​ຄວບ​ຄຸມ​ບໍ່​ດີ​ມັນ​ຈະ ກໍ່​​ໃຫ້ເກີດ​ສະພາບ​ພາສີ​ຮົວ​ໄຫລ.

ຂ່າວ/ບົດ​ອື່ນ