ຮອງນາຍົກໆ Vu Van Ninh ກວດກາວຽກງານກະກຽມຈັດງານຕະຫຼາດນັດເຂດທົ່ງພຽງແມ່ນ້ຳຂອງ.

ຮອງນາຍົກໆ Vu Van Ninh ກວດກາວຽກງານກະກຽມຈັດງານຕະຫຼາດນັດເຂດທົ່ງພຽງແມ່ນ້ຳຂອງ. - ảnh 1
ການເກັບກ່ຽວເຂົ້າຂອງຊາວກະສີກອນເຂດທົ່ງພຽງແມ່ນ້ຳຂອງ

(vovworld)-​ ຕອນ​ບ່າຍ​ວັນ​ທີ 4/4 ຢູ່​ນະຄອນ​ເກີ່​ນ​ເທີ, ທ່ານຮອງ​ນາຍົກໆ Vu Van Ninh  ພ້ອມ​ກັບ​ຜູ້​ຕ່າງ​ໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ​ໄດ້​ໄປກວດກາ​ວຽກ​ງານ​ກະກຽມ​​ຈັດງານ​ຕະຫຼາດນັດ - ​ວາງສະ​ແດງ​ຜົນງານ 10 ປີ ​ແຫ່ງ​ການ​ກໍ່ສ້າງ ​ແລະ ພັດທະນາ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ຕິດ​ພັນ​ກັບ​ການຈັດ​ຕັ້ງ​ສະ​ເຫຼີ​ມສະຫຼອງ 37 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ມາ​ຮອດ​ປະຈຸ​ບັນ, ​ໄດ້​ມີ 300 ຫົວໜ່ວຍ​ຈົດ​ຊື່​ເຂົ້າ​ຮ່ວມ, ດ້ວຍ​ຮ້ານ​ວາງສະ​ແດງ 900 ຮ້ານ. ​ແລະ ​ກໍ່​​ໃນ​ຂອບ​ເຂດ​ງານ​ຕະຫຼາດນັດ, ວາງສະ​ແດງ ຍັງ​ມີ​ກອງ​ປະຊຸມ​ສຳ​ມະ​ນາ, ກອງ​ປະຊຸມ​ກ່ຽວ​ກັບ​ການ​ສົ່ງ​ເສີມ​ການ​ລົງທຶນ​ພັດທະນາ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, … ກ່າວ​ຄວາມ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານຮອງ​ນາຍົກໆ Vu Van Ninh ​ໄດ້​ຊີ້​ແຈ້ງ​ເຖິງ​ຄວາມ​ສຳຄັນຂອງ​ງານ​ຕະຫຼາດ​ນັດ​ໃນ​ຄັ້ງ​ນີ້ ​ເພື່ອ​ແນ​ໃສ່​ສະຫຼຸບ​ຜົນງານ​ດ້ານ​ເສດຖະກິດ​ສັງຄົມ, ​ເຊິ່ງອົງຄະ​ນະ​ພັກ ​ແລະ ປະຊາຊົນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ບັນລຸ​ໄດ້​ໃນ 10 ປີຜ່ານມາ:

        ”​ເປັນ​ຄັ້ງ​ທຳ​ອິດ​ທີ່ງານ​ຕະຫຼາດນັດ​, ​​ວາງສະ​ແດງ ແນະນຳ, ​ໂຄສະນາພາບ​ພົດ​ຂອງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ພ້ອມ​ທັງ​ແນະນຳ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ພວກ​ເຮົາ ​ເພື່ອ​ສົ່ງ​ເສີມ​ການ​ລົງທຶນ ລະດົມ​ແຫຼ່ງກຳລັງ​ໃຫ້​ແກ່​ການ​ພັດທະນາ​​ເສດຖະກິດ​ຂອງ​ເຂດ​ໃນ​ໄລຍະ​ຈະ​ມາ​ເຖິງ”

       

ຂ່າວ/ບົດ​ອື່ນ