ຮອງປະທານປະເທດດັ້ງທິງອັກທິ້ງຢ້ຽມຢາມ,ມອບຂອງຂວັນຢູ່ແຂວງຕ່ຽນຢາງ

(VOVWORLD) -ວັນທີ 21 ມັງກອນ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນ, ເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດໃນບໍລິເວັນແຂວງ ຕ່ຽນຢາງ.

ຮອງປະທານປະເທດດັ້ງທິງອັກທິ້ງຢ້ຽມຢາມ,ມອບຂອງຂວັນຢູ່ແຂວງຕ່ຽນຢາງ - ảnh 1 ທ່ານນາງຮອງປະທານປະເທດດັ້ງທິງອັກທິ້ງຢ້ຽມຢາມ,ມອບຂອງຂວັນຢູ່ແຂວງຕ່ຽນຢາງ

(ພາບ: TTXVN)

ນະທີ່ນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ມອບຂອງຂວັນໃຫ້ຄອບຄົວທຸກຍາກ 100 ພູດ, ແຕ່ລະພູດມີມູນຄ່າ 1,2 ລ້ານດົ່ງ; ມອບຂອງຂວັນໃຫ້ເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດ 100 ພູດ, ແຕ່ລະພູດມີມູນຄ່າ 1,3 ລ້ານດົ່ງ.

        ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ກໍ່ຮຽກຮ້ອງ, ຂົນຂວາຍບັນດາອົງການຈັດຕັ້ງ, ວິສາຫະກິດສະໜັບສະໜູນຊ່ວຍເຫຼືອແຂວງຕ່ຽນຢາງ ປຸກສ້າງເຮືອນ “ມະຫາສາມັກຄີ” 6 ຫຼັງ ແລະ ຂອງຂວັນບຸນເຕັດໃຫ້ຄອບຄົວທຸກຍາກ 300 ພູດ, ລວມມູນຄ່າ 420 ລ້ານດົ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ