ຮອງປະທານປະເທດຫງວຽນທິຢວານເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລການຄ້າ

ຮອງປະທານປະເທດຫງວຽນທິຢວານເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລການຄ້າ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ
ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ
(ພາບ: baomoi.com)

(vovworld) ​ ​ ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ​ໃນ​ຕອນ​ເຊົ້າ​ວັນ​ທີ 18/11, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ ​ໄດ້​ຊົມ​ເຊີຍຜົນງານ​ທີ່ໂຮງຮຽນ ​ບັນລຸ​ໄດ້​ໃນ 55 ປີຜ່ານມາ ​ແລະ ຢືນຢັນ​ວ່າ: ມະຫາວິທະຍາ​ໄລ​ການ​ຄ້າ​ໄດ້​ສຳ​ເລັດ​ໜ້າ​ທີ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ແກ່​ຂະ​ແໜງ​ການ​ເສດຖະກິດ, ​ເຕັກນິກ​ການ​ຄ້າ. ​ໃນ​​ໄລຍະ​ປ່ຽນ​ໃໝ່​ປະຈຸ​ບັນ, ຄວນ​ສຸມ​ໃສ່​ປະຕິບັດໜ້າ​ທີ່​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ຂະ​ແໜງ​ການ​ເສດຖະກິດ​ເປັນ​ຢ່າງ​ດີ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສັງຄົມ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໃຫ້​ຮູ້​ວ່າ:

        “ສຸມ​ໃສ່ ​ແລະ ​ຖືເອົາ​ການ​ຍົກ​ສູງ​ຄຸນ​ນະພາ​ບການ​ບຳລຸງ​ສ້າງ​ເປັນ​ຈຸດ​ສຸມ ​ເພື່ອ​ປັບປຸງ​ອິດ​ທິພົນ​ຊື່​ສຽງ ​ແລະ ​ເຄື່ອງໝາຍການ​ຄ້າ​ຂອງ​ໂຮງຮຽນ. ​ ບໍ່ຄວນ​ເພີ່ມ​ຈຳນວນ​ນັກ​ສຶກສາ, ບໍ່​ຄວນ​​ເປີດ​ກ້ວາງ​​ບັນດາ​ຂະ​ແໜງ​ອາຊີບ​, ​ເຊິ່ງພວກ​ເຮົາ​ຍັງ​ອ່ອນດ້ວຍ, ຍັງ​ບໍ່​ທັນມີ​ຊັບພະຍາກອນ​ມະນຸດ​ຄຸນ​ນະພາ​ບສູງ. ປ່ຽນ​ໃໝ່ວິທີ​ການ​ຄຸ້ມ​ຄອງ​ການ​ສຶກສາ, ວິທີ​ການ​ສອນ ​ແລະ ຮຽນ​ຂອງ​ໂຮງຮຽນ​ໃຫ້​ແຂງ​ແຮງ​ກ່ວາ​ອີກ, ໜູນ​ໃຊ້​ມາດຖານ​ການບຳລຸງ​ສ້າງ​ຂອງ​ພາກ​ພື້ນ ​ແລະ ສາກົນ”

        ​ແລະ ກໍ່ຕາມ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນທິຢວານ ​ແລ້ວ, ມະຫາວິທະຍາ​ໄລ​ການ​ຄ້າ ຄວນ​ປ່ຽນ​ໃໝ່​ວິທີ​ການ​ຄຸ້ມ​ຄອງ, ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຄົ້ນຄວ້າ​ວິທະຍາສາດ​ຕາມ​ທິດ​ຕິດພັນ​ກັບການ​​ຍົກ​ສູງ​ຄຸນ​ນະພາ​ບການ​ບຳລຸງ​ສ້າງ, ມີ​ລັກສະນະ​ນຳ​ໃຊ້​ສູງ​ໃນ​ສະພາບ​ຕົວ​ຈິງ.

 

ຂ່າວ/ບົດ​ອື່ນ