ຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ເຮັດວຽກຢູ່ແຂວງເຊີນລາ

(VOVWORLD) - ຕອນເຊົ້າວັນທີ 4 ມິຖຸນາ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ພ້ອມກັບຄະນະປະຕິບັດງານກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບການນຳແຂວງເຊີນລາ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ປະຕິບັດບາງນະໂຍບາຍສັງຄົມຂອງແຂວງ. 
ຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ເຮັດວຽກຢູ່ແຂວງເຊີນລາ - ảnh 1 ທ່ານນາງຕ່ອງທິຟ໋ອງ ຢ້ຽມຢາມ, ມອບຂອງຂວັນໃຫ້ຮາກຖານປິ່ວປົວໃຫ້ຄົນຕິດຢາເສບຕິດຢູ່ເຊີນລາ

ເມື່ອເຮັດວຽກກັບການນຳແຂວງເຊີນລາ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ສະເໜີໃຫ້ແຂວງ ເຊີນລາ ສືບຕໍ່ເອົາໃຈໃສ່ຍູ້ແຮງການປະຕິຮູບການບໍລິຫານ, ປະຕິບັດການຮັບປະກັນຊີວິດສັງຄົມເປັນຢ່າງດີ, ກໍ່ສ້າງຊ     ົນນະບົດໃໝ່, ຍູ້ແຮງການສອນວິຊາຊີບ, ໜູນຊ່ວຍການກໍ່ສ້າງເຮືອນໃຫ້ຜູ້ມີຄຸນງາມຄວາມດີ. ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຮັບຮູ້ ບັນດາຄວາມມານະພະຍາຍາມຂອງແຂວງ ເຊີນລາ ໃນການພັດທະນາເສດຖະກິດ - ສັງຄົມ, ກໍ່ສ້າງພັກ ແລະ ຮັກສາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງແຂວງ.

        ກ່ອນໜ້ານັ້ນ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ໄປຖະວາຍດອກໄມ້, ທູບທຽນບູຊາຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງເຊີນລາ.

ຕອບກັບ

ຂ່າວ/ບົດ​ອື່ນ