ຮອງປະທານສະພາແຫ່ງຊາດ ພົບປະສອງຝ່າຍ ຢູ່ນອກກອງປະຊຸມ AIPA 33

ຮອງປະທານສະພາແຫ່ງຊາດ ພົບປະສອງຝ່າຍ ຢູ່ນອກກອງປະຊຸມ AIPA 33 - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ Tong Thi Phong
 ທີ່ກອງປະຊຸມ AIPA 33
(ພາບ: TTXVN)

(vovworld) -     ຕອນ​ບ່າຍ​ວັນ​ທີ 18/9, ຢູ່​ນອກ​ກອງ​ປະຊຸມ​ໃຫ່ຍຂອງສະມັດຊາ​ລັດຖະສະພາ​ລະຫວ່າງ​ຊາດ​ອາ​ຊຽນ ຄັ້ງທີ 33 (AIPA), ​ເຊິ່ງດຳ​ເນີນ​ໄປ​ຢູ່ Lombok, ​ແຂວງ West Nusa Tenggara, ປະ​ເທດ​ອີນ​ໂດ​ເນ​ເຊຍ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Tong Thi Phong ​ ຫົວໜ້າ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດຫວຽດນາມ ​ເຂົ້າຮ່ວມກອງ​ປະຊຸມ, ​ໄດ້​ມີ​​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ການ​ນຳ​ສະພາ​ແຫ່ງ​ຊາດ​ຫຼາຍ​ທ່ານ​ເຊິ່ງ​ແມ່ນ​ຫົວໜ້າ​​ຄະນະ​ຜູ້​ແທນ​ປະ​ເທດ ກຳປູ​ເຈຍ, ​ເບ​ລາຣຸດ ​​ແລະ ລັດ​ເຊຍ.

        ​ໃນ​ການ​ພົບ​ປະກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ Heng Somrin, ທ່ານນາງ​ຮອງ​ປະທານສະພາ​ແຫ່ງ​ຊາດຫວຽດນາມ Tong Thi Phong ປາດ​ຖະໜາ​ຢາກ​ໃຫ້ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ ​ແລະ ບັນດາ​​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແບ່ງປັນ​ບົດຮຽນ, ​ເພື່ອ​ແນ​ໃສ່​ຍົກ​ສູງ​ບົດບາດ ​ແລະ ປະສິດທິ​ຜົນ​ໃນ​ການ​ເຄື່ອນ​ໄຫວ​ສ້າງ​ກົດ​ໝາຍ ​ແລະ ຕິດຕາມ​ກວດກາ​ການ​ປະຕິບັດ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ, ພ້ອມ​ກັນ​ນັ້ນ ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ໃນ​ແຈ້ງ​ການ​ຮ່ວມ​ເຊິ່ງທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ນຳ​ກັນ​ຢ່າງ​ມີ​ປະສິດທິ​ຜົ​ນ.

        ​ໃນ​ບັນດາການ​ພົບ​ປະ​ສອງ​ຝ່າຍ​ກັບ​ຫົວໜ້າ​ຄະນະສະມາຊິກ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ທີ່​ເປັນ​ນັກ​ສັງ​ເກດ​ການ ​​ແມ່ນ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ເບ​ລາຣຸດ Victor Guminski ​ແລະ ທ່ານ​ຮອງປະທານ Duma ​ແຫ່ງ​ຊາດ​ລັດ​ເຊີຍ Iliyas Ukhmanov, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Tong Thi Phong ​ແລະ ບັນດາ​ການ​ນຳ​ສະພາ​ແຫ່ງ​ຊາດ​ເບ​ລາຣຸດ, ລັດ​ເຊຍ ​ໄດ້​ຢືນຢັນ​ຄວາມ​ສາມາດ​ບົ່ມຊ້ອນທີ່​ໃຫຍ່​ຫຼວງ​ລະຫວ່າງ​ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ​ບັນດາ​ປະ​ເທດ ​ແລະ ການ​ຮ່ວມ​ມື​ນີ້​ບໍ່​ພຽງ​ແຕ່​ປະກອບສ່ວນ​ປັບປຸງ​ບັນດາ​ກາ​ນພົວພັນ​ຮ່ວມ​ມື​ມິດຕະພາບມິດ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ ກັບ ​ເບ​ລາຣຸດ ​ແລະ ລັດ​ເຊຍ ​ເທົ່າ​ນັ້ນ, ຫາກ​ຍັງ​ປະກ​ອບສ່ວນ​ໃຫ້ການ​ພົວພັນ​ລະຫວ່າງ AIPA ກັບ ​ເບ​ລາຣຸດ ​ແລະ ລັດ​ເຊຍ ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ