ຮອງປະທານສະພາແຫ່ງຊາດ ຟຸ່ງກວກຫຽນ: ອຽນບ໋າຍຄວນເສີມຂະຫຍາຍທ່າແຮງຂອງທ້ອງຖິ່ນໃນການພັດທະນາເສດຖະກິດ

(VOVWORLD) -ສືບຕໍ່ລາຍການເຮັດວຽກຢູ່ແຂວງອຽນບ໋າຍ, ວັນທີ 06 ມີນາ, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວັກຫຽນ ພ້ອມດ້ວຍຄະນະປະຕິບັດງານຂອງສະພາແຫ່ງຊາດໄດ້ມີການເຮັດວຽກກັບການນຳແຂວງອຽນບ໋າຍ.

ຮອງປະທານສະພາແຫ່ງຊາດ ຟຸ່ງກວກຫຽນ: ອຽນບ໋າຍຄວນເສີມຂະຫຍາຍທ່າແຮງຂອງທ້ອງຖິ່ນໃນການພັດທະນາເສດຖະກິດ - ảnh 1ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວັກຫຽນ ເຮັດວຽກຢູ່ແຂວງອຽນບ໋າຍ 

(ພາບ: TTXVN)

ກ່າວຄຳເຫັນຢູ່ນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວັກຫຽນເນັ້ນໜັກວ່າ: ແຂວງອຽນບ໋າຍຕ້ອງສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອປະຫວັດສາດດ້ານວັດທະນະທຳ; ປ່ຽນໃໝ່ຈິນຕະນການກ່ຽວກັບເສດຖະກິດໃນເງື່ອນໄຂ ແລະ ສະພາບການໃໝ່, ຕ້ອງເສີມຂະຫຍາຍທ່າໄດ້ປຽບດ້ານຊັບພະຍາກອນປ່າ, ພັດທະນາປ່າໄມ້, ສ້າງແຫຼ່ງລາຍຮັບໃຫ້ແກ່ປະຊາຊົນ. ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກັວກຫຽນ ໃສ່ໃຈວ່າ ຂະແໜງການກະສິກຳຂອງແຂວງອຽນບ໋າຍຕ້ອງພັດທະນາຕາມທ່າຜະລິດສິນຄ້າມີຄຸນນະພາບສູງ, ຮັກສາໄດ້ເອກະລັກສະເພາະ ແລະ ເຄື່ອງໝາຍຂອງສິນຄ້າເຄື່ອງປ່າຂອງດົງຂອງແຂວງໄວ້; ຍູ້ແຮງວຽກງານການເຜີຍແຜ່, ໂຄສະນາກ່ຽວກັບການທ່ອງທ່ຽວໃຫ້ຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ