ຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄປຢ້ຽມຢາມແຂວງ ອານຢາງ

ຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄປຢ້ຽມຢາມແຂວງ ອານຢາງ - ảnh 1
ທ່ານນາງຫງວຽນທິກີມເງິນ ຮອງປະທານສະພາແຫ່ງຊາດຢ້ຽມຢາມ
ແຂວງອານຢາງ
ພາບ:angiang.gov.vn

(vovworld) - ວັນ​ທີ 7/3, ຄະນະ​ປະຕິບັດ​ງານຂອງ​ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ, ​ໂດຍ​ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ​ ນຳ​ໜ້າ ​ໄດ້​ໄປ​ເຮັດ​ວຽກ​ຢູ່​ແຂວງ ອານ​ຢາງ. ​ໃນ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ​ ຖື​ວ່າ, ອານ​ຢາງ ​ມີ​ທ່າ​ແຮງ​ກ່ຽວ​ກັບ​ການ​ຜະລິດ​ຜະລິດ​ຕະພັນ​ກະ​ເສດ. ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ສະ​ເໜີ​ໃຫ້​ທາງ​ແຂວງ​ສືບ​ຕໍ່​ຄົ້ນ​ຄ້ວາ, ​ໄຈ້​ແຍກ​ບັນດາ​ບັນຫາ​ອັນ​ຈຳ​ເປັນ​ໃນ​ການ​ພັດທະນາ​ກະ​ສີ​ກຳ, ຊົນນະບົດ, ຄວາມ​ຕິດ​ຂັດ​ໃນ​ການ​ລົງທຶນຂອງ​ລັດ​ໃນ​ຂົງ​ເຂດ​ກະ​ສີ​ກຳ, ຊາວ​ກະ​ສີກ​ອນ, ຊົນນະບົດ, ​ໂດຍ​ສະ​ເພາະ​ແມ່ນ​ການ​ປະຕິບັດ​ບັນດາ​ນະ​ໂຍບາຍ​ທີ່​ມີ​ຕໍ່​ຊາວນາ. ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ກໍ່​ລົງ​ໄປ​ສຳ​ຫຼວດຕົວ​ຈິງ​ຮູບ​ແບບ​ຮ່ວມສຳພັນຈຳໜ່າຍ​ເຂົ້າສານ ”ທົ່ງ​ນາ​ແບບຢ່າງ​” ຂອງ​ບໍລິສັດ​ຫຸ້ນ​ສ່ວນ ປົກ​ປັກ​ຮັກສາ​ພືດ ອານ​ຢາງ ຢູ່​ເມືອງ ​ເຈົາ​ແທ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ