ຮອງປະທານສະພາແຫ່ງຊາດ ອວງຈູລືວ ຕ້ອນຮັບລັດຖະມົນຕີວ່າການກະຊວງຍຸຕິທຳ Slovakia

ຮອງປະທານສະພາແຫ່ງຊາດ ອວງຈູລືວ ຕ້ອນຮັບລັດຖະມົນຕີວ່າການກະຊວງຍຸຕິທຳ Slovakia - ảnh 1
ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ
ຕ້ອນຮັບລັດຖະມົນຕີວ່າການກະຊວງຍຸຕິທຳ Slovakia
(ພາບ: cpv.org.vn)


(vovworld) – ຕອນ​ບ່າຍ​ວັນ​ທີ 12/3, ທີ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ອວງຈູ​ລື​ວ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ Slovakia Tomas Borec ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ຫວຽດນາມ ອວງຈູ​ລື​ວ ​ເນັ້ນ​ໜັກ​ວ່າ: 2 ປະ​ເທດ ຫວຽດນາມ ​ແລະ Slovakia ມີ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ມິດຕະພາບ​ມາ​ແຕ່​ດົນ​ນານ. ຍາມ​ໃດ ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ກໍ່​ປາດ​ຖະໜາ​ຢາກ​ຮັກສາ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ, ພ້ອ​ມທັງຈະ​ເຮັດ​ຈົນ​ສຸດ​ຄວາມສາມາດ​ຂອງ​ຕົນ ​ເພື່ອ​ເພີ່ມ​ພູນ​ຄູນ​ສ້າງ​​ໃຫ້​ນ້ຳ​​ໃຈ​ມິດຕະພາບລະຫວ່າງ 2 ປະ​ເທດ ​ແລະ 2 ຊາດ ຫວຽດນາມ- Slovakia ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ຫວຽດນາມ ອວງຈູ​ລື​ວ ສະ​ເໜີ 2 ຝ່າຍ​ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນກ່ຽວ​ກັບ​ພຶດຕິ​ກຳ​ຕົວ​ຈິງ​ໃນ​ການປັບປຸງ​ລະບົບ​ກົດໝາຍ ​ແລະ ຂັ້ນ​ຕອນການ​ປະກາດ​ໃຊ້​ກົດໝາຍ, ​ເພີ່​ມທະວີການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ກົດໝາຍ…

        ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ Slovakia Tomas Borec ​ເນັ້ນ​ໜັກວ່າ: Slovakia ພ້ອມ​ແລ້ວ​ທີ່ຈະ​ແບ່ງປັນ​ກັບ ຫວຽດນາມ ບັນດາ​ບົດຮຽນ​ໃນ​ການ​ປະຕິ​ຮູບ​ດ້ານ​ຕຸລາການ, ການ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ ພຶດຕິ​ກຳ​ຕົວ​ຈິງ​ໃນ​ການປັບປຸງ​ລະບົບ​ກົດໝາຍ ​ແລະ ຂັ້ນ​ຕອນການ​ປະກາດ​ໃຊ້​ກົດໝາຍ, ​ເພີ່​ມທະວີການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາ, ບຳລຸງ​ສ້າງ​ກົດໝາຍ; ການ​ແລກປ່ຽນບົດຮຽນກ່ຽວ​ກັບ​ການ​ສະໜອງ​ບັນດາ​ຮູບ​ການ​ຊ່ວຍ​ເຫຼືອ​ດ້ານ​ກົດໝາຍ ​ແລະ ບໍລິການ​ດ້ານ​ກົດໝາຍ.

ຂ່າວ/ບົດ​ອື່ນ