ຮອງປະທານສະພາແຫ່ງຊາດ ອວງຈູລືວ ເຮັດວຽກຢູ່ກ່າເມົາ

ຮອງປະທານສະພາແຫ່ງຊາດ ອວງຈູລືວ ເຮັດວຽກຢູ່ກ່າເມົາ - ảnh 1
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລືວ ເຮັດ​ວຽກ​ກັບ​ຄະນະ​ພັກ​ແຂວງ​ກ່າ​ເມົາ
(ພາບ: ctvcamau.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 25/02, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລືວ ​ໄດ້​ນຳ​ໜ້າ​ຄະນະ​ປະຕິບັດ​ງານ​ສະພາ​ແຫ່ງ​ຊາດ ​ເຮັດ​ວຽກ​ກັບ​ຄະນະ​ພັກ​ແຂວງ​ກ່າ​ເມົາ ​ເພື່ອ​ຊອກ​ຮູ້​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ວຽກ​ງານ​ຜັນ​ຂະຫຍາຍ​ການ​ປະຕິບັດ​ລັດຖະທຳ​ມະນູນ ​ແລະ ການ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ໃນ​ບໍລິ​ເວັນ​ແຂວງ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ເລິວ ຖື​ວ່າ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຂວງໃຫ້​ເຕີບ​ໂຕ ​ແລະ ພັດທະນາ​ຕາມ​ທິດ​ໝັ້ນຄົງ, ​ເຂັ້ມ​ແຂງ, ​ແຂວງ​ກ່າ​ເມົາ ຕ້ອງ​ສຸມ​ໃສ່​ໃຫ້​ບຸລິມະສິດ​ຍູ້​ແຮງ​ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ​ຕາມ​ທິດ ຫຼຸດຜ່ອນ​ອັດຕາ​ການ​ປະມົງ - ກະສິກຳ - ​ປ່າໄມ້, ​ເພີ່ມ​ອັດຕາ​ອຸດສາຫະກຳ - ກໍ່ສ້າງ ​ແລະ ການ​ບໍລິການ, ປຸກລະດົມບັນດາ​ແຫຼ່ງກຳລັງ​ໃຫ້ການ​ລົງທຶນ​ພັດທະນາ​ເສດຖະກິດ - ສັງຄົມ, ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ປົກ​ປັກ​ຮັກສາຊັບພະຍາກ​ອນ - ​ສິ່ງ​ແວດ​ລ້ອມ, ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ເລິວ ກໍ່​ຮຽກຮ້ອງ​ໃຫ້​ທຸກ​ຂັ້ນ, ທຸກຂະ​ແໜງ​ການ​ຂອງ​ແຂວງ​ກ່າ​ເມົາ ​ເອົາ​ໃຈ​ໃສ່​ຍູ້​ແຮງ​ວຽກ​ງານ​ຜັນ​ຂະຫຍາຍ, ​ໂຄສະນາ, ​ເຜີຍ​ແຜ່​ເພື່ອ​ນຳ​ລັດຖະທຳ​ມະນູນ​ເຂົ້າ​ຊີວິດ​ຕົວ​ຈິງ​ຢ່າງ​ແທດ​ຈິງ.

ຂ່າວ/ບົດ​ອື່ນ