ຮອງປະທານສະພາແຫ່ງຊາດ ເຮັດວຽກກັບຄະນະພັກກະຊວງສຶກສາ ແລະ ບຳລຸງສ້າງ

ຮອງປະທານສະພາແຫ່ງຊາດ ເຮັດວຽກກັບຄະນະພັກກະຊວງສຶກສາ ແລະ ບຳລຸງສ້າງ - ảnh 1
(ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​
ເຮັດ​ວຽກ​ກັບ​ຄະ​ນະພັກ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ)


​ (vovworld) -​ ວັນ​ທີ 7/5, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​ເຮັດ​ວຽກ​ກັບ​ຄະນະພະ​ນັກ​ງານ​ອົງຄະ​ນະ​ພັກ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ກ່ຽວ​ກັບ​ເລື່ອງ​ສືບ​ຕໍ່​ປະຕິບັດ​ມະຕິ​ສູນ​ກາງ​ທີ 4, ຊຸດ​ທີ 11 ກ່ຽວ​ກັບ ”ບາງ​ບັນຫາ​ຮີບ​ດ່ວນ​​ໃນ​ການ​ກໍ່ສ້າງ​ພັກ​ປະຈຸ​ບັນນີ້”. ຄະນະ​ກວດກາ ​ແລະ ຄະນະ​ພະນັກງານ​ອົງ​ຄະນະ​ພັກ ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ​ໄດ້​ເຫັນ​ດີ ​ສະ​ເໜີ​ຕໍ່ກົມ​ການ​ເມືອງ, ຄະນະ​ເລຂາຊີ້​ນຳ​ ​ການປະຕິບັດ​ມະຕິສູນ​ກາງ​ທີ 4 ຢ່າງ​ມີ​ປະສິດທິ​ຜົນ​ກວ່າ​ອີກໃນ​ໄລຍະ​ຈະ​ມາ​ເຖິງ, ​ເຊິ່ງຈຸດ​ສຸມ​ແມ່ນ​ວຽກ​ງານ​ຈັດ​ຕັ້ງ - ພະນັກງານ ​ແລະ ປະຕິບັດ​ຫຼັກການ​ລວມສຸນ​ປະຊາທິປະ​ໄຕ. ຄະນະ​ພະນັກງານອົງ​ຄະນະ​ພັກ ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງຈະ​ກວດກາ​ເອງ, ຕີ​ລາຄາ ​ແລະ​ ລາຍ​ງານ​ກັບ​ຄະນະ​ກວດກາ​ບັນດາ​ວຽກ​ງານ​ໄດ້ປະຕິບັດ​ສຳ​ເລັດ ​ແລະ ບໍ່​ທັນສຳ​ເລັດ, ສາຍ​ເຫດ ​ແລະ ບັນດາ​​ຂໍ້​ສະ​ເໜີ.

ຂ່າວ/ບົດ​ອື່ນ