ຮອງປະທານສະພາແຫ່ງຊາດ ໂດບ໋າຕີ້ ຕ້ອນຮັບ ທ່ານຮອງປະທານຄະນະກຳມະການປົກປັກຮັກສາການປະຕິວັດ ກູບາ

(VOVWORLD) - ໃນຕອນບ່າຍວັນທີ 6 ພະຈິກ, ທີ່ຫໍສະພາແຫ່ງຊາດ, ທ່ານ ຮອງປະທານສະພາແຫ່ງຊາດ ຫວຽດນາມ ໂດບ໋າຕີ້ ໄດ້ຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ຄະນະກຳມະການປົກປັກຮັກສາການປະຕິວັດ ກູບາ, ໂດຍທ່ານ Orestes Llanes Mestre ຮອງປະທານຄະນະກຳມະການ ດັ່ງກ່າວ ເປັນຫົວໜ້າຄະນະ, ເນື່ອງໃນໂອກາດຄະນະມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ.
ຮອງປະທານສະພາແຫ່ງຊາດ ໂດບ໋າຕີ້ ຕ້ອນຮັບ ທ່ານຮອງປະທານຄະນະກຳມະການປົກປັກຮັກສາການປະຕິວັດ ກູບາ - ảnh 1ທ່ານ Orestes Llanes Mestre ແລະ ທ່ານ ໂດ໋ບ໋າຕີ້ 

        ທີ່ການຕ້ອນຮັບ, ທ່ານ ຮອງປະທານສະພາແຫ່ງຊາດ ໂດບ໋າຕີ້ ປາດຖະໜາວ່າ ໃນໄລຍະຈະມາເຖີງ, ສອງປະເທດຈະເພີ່ມທະວີການຮ່ວມມື, ສະໜັບສະໜູນເຊິ່ງກັນ ແລະ ກັນ ທີ່ບັນດາອົງການຈັ້ດຕັ້ງ, ເວທີປາໄສຫຼາຍຝ່າຍເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາໃນພາກພື້ນ ແລະ ໂລກ; ສືບຕໍ່ຮັກສາແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈກັນ, ແບ່ງປັນບົດຮຽນ. ສອງຝ່າຍກໍ່ຄວນສືບຕໍ່ຊຸກຍູ້ການປະຕິບັດບັນດາລາຍການ ແລະ ໂຄງການຮ່ວມມື, ເປັນຕົ້ນແມ່ນໃນຂົງເຂດຜະລິດກະສິກຳ, ຜະລິດຕະພັນການຢາເພື່ອປີ່ນປົວພະຍາດ, ການບໍລິການສາທາລະນະສຸກ…

ຕອບກັບ

ຂ່າວ/ບົດ​ອື່ນ