ຮອງປະທານສະພາແຫ່ງຊາດ ໂດບ໋າຕິ ເຮັດວຽກຢູ່ແຂວງ ດ້ຽນບຽນ

(VOVWORLD) -ວັນທີ 17 ມີນາ, ຄະນະປະຕິບັດງານຂອງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດ ໂດບ໋າຕິ ເປັນຫົວໜ້າຄະນະໄດ້ລົງຢ້ຽມຢາມ, ເຮັດວຽກກັບບັນດາກົມກອງກຳລັງປະກອບອາວຸດໃນບໍລິເວນແຂວງ ດ້ຽນບຽນ.
ຮອງປະທານສະພາແຫ່ງຊາດ ໂດບ໋າຕິ ເຮັດວຽກຢູ່ແຂວງ ດ້ຽນບຽນ - ảnh 1 ທ່ານຮອງປະທານສະພາແຫ່ງຊາດ ໂດບ໋າຕິ ເຮັດວຽກກັບຕຳຫລວດແຂວງ ດ້ຽນບຽນ (ພາບ: TTXVN)

ທີ່ການເຮັດວຽກກັບກອງບັນຊາການ ທະຫານແຂວງ ດ້ຽນບຽນ, ທ່ານຮອງປະທານສະພາແຫ່ງຊາດ ໂດບ໋າຕິ ປາດຖະໜາວ່າ ກອງບັນຊາການທະຫານແຂວງ ດ້ຽນບຽນ ໃນໄລຍະຈະມາເຖິງ ຈະຕັ້ງໜ້າເປັນເສນາທິການໃຫ້ທ້ອງຖິ່ນໃນວຽກງານປ້ອງກັນຊາດ, ຮັກສາຄວາມສະຫງົບປອດໄພຊາຍແດນໄວ້ໃຫ້ໝັ້ນຄົງ, ຮັບປະກັນສະຖຽນລະພາບ, ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນແຂວງ, ຜ່ານນັ້ນ ສ້າງເງື່ອນໄຂ, ສະພາບແວດລ້ອມສະດວກໃຫ້ແກ່ການພັດທະນາເສດຖະກິດ, ການເມືອງ, ວັດທະນະທຳ - ສັງຄົມ.

        ທີ່ການເຮັດວຽກກັບຕຳຫລວດແຂວງ ດ້ຽນບຽນ, ທ່ານຮອງປະທານສະພາແຫ່ງຊາດ ໂດບ໋າຕິ ໄດ້ສະເໜີກຳລັງຕຳຫລວດສືບຕໍ່ເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ສາມັກຄີເປັນເອກະພາບກັນ ປະຕິບັດການຊີ້ນຳນຳພາຂອງກະຊວງຕຳຫລວດເປັນຢ່າງດີ, ສົມທົບກັບບັນດາອົງການທີ່ກ່ຽວຂ້ອງ, ເຮັດຫລ້ອນໜ້າທີ່ການງານເປັນຢ່າງດີ, ຮັບປະກັບຄວາມໝັ້ນຄົງດ້ານການເມືອງ, ຄວາມປອດໄພສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ