ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງເປັນປະທານວາລະປະຊຸມຄະນະຈັດຕັ້ງIPU

ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງເປັນປະທານວາລະປະຊຸມຄະນະຈັດຕັ້ງIPU - ảnh 1

​​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຕ່ອງ​ທິຟ໋ອງ​ເປັນ​ປະທານ​ວາລະ​ປະຊຸມ​ຄະນະ​ຈັດ​ຕັ້ງIPU

(ພາບ: TTXVN)


(vovworld) – ຕອນ​ບ່າຍ​ວັນ​ທີ 17/2, ຢູ່ ຮ່າ​ໂນ້ຍ, ທ່ານ​ນາງ ຕ່ອງ​ທິຟ໋ອງ, ກຳມະການ​ກົມ​ກາ​ນ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ເປັນ​ປະທານ​ວາລະ​ປະຊຸມ​ຂອງຄະນະ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ລັດຖະສະພາ​ໂລກ​ຄັ້ງ​ທີ 132 (​ເອີ້ນ​ຫຍໍ້​ວ່າ IPU) ​ເຊິ່ງຈະຈັດ​ຂຶ້ນ​ໃນ​ເດືອນ 3 ປີ 2015 ຢູ່ ຫວຽດນາມ.

    ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ຢືນຢັນ​ເລື່ອງ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ລັດຖະສະພາ​ໂລກ​ຄັ້ງ​ທີ 132 ຢູ່ ຫວຽດນາມ ​ໃນ​​ເດືອນ 3/2015 ​ແມ່ນ​ເຫດການ​ສຳຄັນ​ທາງ​ການ​ທູດ​ຂອງ​ປະ​ເທດ, ການ​ພົວພັນ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ອາຍຸ​ການ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ທ່ານນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ສະ​ເໜີ​ໃຫ້​ບັນດາ​ອະນຸ​ກຳມະການ​ເລືອກ​ເຟັ້ນບັນດາ​ພະນັກງານ​ທີ່​ມີ​ຄວາມ​ສາ​ມາດ​, ຄວາມ​ຮູ້​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຕ້ອງການຂອງວຽກ​ງານ​ທີ່​ໄດ້​ຮັບ​ມອບ​ໝາຍ. ​ໃນ​ຕໍ່ໜ້າ, ​​ເດືອນ 2 ​ແລະ ​3 ປີ​ນີ້, ຄວນ​ກະກຽມ​ແຫຼ່ງງົບປະມານ, ວິວັດ​ການ​ເຊັນ​ຂໍ້​ຕົກລົງ​ສາກົນ​ກ່ຽວ​ກັບ​ການຈັດ​ຕັ້ງ IPU, ປະຕິບັດສຳ​ເລັ​ດບັນດາຄຳ​ໝັ້ນ​ສັນຍາ​ສາກົນ​ກ່ຽວ​ກັບ​ວີ​ຊາ​ເຂົ້າ​ເມືອງ, ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ອະນຸ​ກຳມະການ​ເນື້ອ​ໃນ ມີໜ້າ​ທີ່​ສ້າງ​ໃບ​ສະ​ເໜີ​ລາຍ​ງານຕໍ່​ກົມ​ການ​ເມືອງ ກ່ຽວ​ກັບ​ຫົວ​ຂໍ້​ປຶກສາ​ຫາລື​ຮ່ວມ​ກັນທີ່​ກອງ​ປະຊຸມ​ໃຫຍ່ “ລັດຖະສະພາ ​ແລະ ລາຍການ​ພັດທະນາ​ແບບ​ຍືນ​ຍົງ​ຫຼັງ​ປີ 2015.”

 



ຂ່າວ/ບົດ​ອື່ນ