ຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບຮອງປະທານສະພາແຫ່ງຊາດອຳນາດການປົກຄອງປະຊາຊົນ ກຸຸຍບາ

ຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບຮອງປະທານສະພາແຫ່ງຊາດອຳນາດການປົກຄອງປະຊາຊົນ ກຸຸຍບາ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​​ຕ້ອນຮັບ
​ທ່ານນາງຮອງ​ປະທານ ​ສະພາ​ແຫ່ງ​ຊາດ ກຸຍ​ບາ Ana Maria Machado
ພາບ: Phương Hoa/TTXVN

(vovworld)- ​ວັນ​ທີ 27/3, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກິມ​ເງິນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດອຳນາດ​ການ​ປົກຄອງປະຊາຊົນ ກຸຍ​ບາ Ana Maria Machado ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ສະຫະພັນ​ລັດຖະສະພາ​ສາກົນ​ຄັ້ງ​ທີ 132 (IPU-132) ຢູ່ ຮ່າ​ໂນ້ຍ. ທີ່​ການ​ຕ້ອນຮັບ​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກິມ​ເງິນ ຢືນຢັນ​ວ່າ: ນະ​ໂຍບາຍ​ສະ​ເໝີ​ຕົ້ນສະໝີ​ປາຍ ​ແລະ ບຸລິມະສິດ​ອັນ​ດັບ​ໜຶ່ງ​ຂອງ ຫວຽດນາມ ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ສາມັກຄີ, ມິດຕະພາບ ​ແລະ ຮ່ວມ​ມື​ຮອບດ້ານກັບ ກຸຍ​ບາ, ຍາມ​ໃດ​ກໍ່​ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ປະຊາຊົນ ກຸຍ​ບາ ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາປະ​ເທດ​ຊາດ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກິມ​ເງິນ ປາດ​ຖະໜາ​ວ່າ: 2 ກຸ່ມ​ສະມາ​ຊິກ​ລັດຖະສະພາ​ມິດຕະພາບ​ລະຫວ່າງ ຫວຽດນາມ ​ແລະ ກຸຍ​ບາ ​ເພີ່ມ​ທະວີ​ການແລກປ່ຽນ, ຊອກ​ຫາ​ບັນດາ​ມາດ​ຕະການ​ລະອຽດ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ເຊິ່ງກັນ ​ແລ​ະ ກັນ, ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

          ທ່ານ​ນາງ Ana Maria Machado ຕີ​ລາຄາ​ສູງ​ວຽກ​ງານ​ກະກຽມ, ການ​ຕ້ອນຮັບ​ຢ່າງ​ຮອບ​ຄອບ​ຖີ່​ຖ້ວນຂອງ ຫວຽດນາມ ​ແລະ  ​ເຊື່ອ​ໝັ້ນ​ວ່າ ກອງ​ປະຊຸມ​ໃຫຍ່ IPU-132 ຈະ​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມດ້ວຍ​ບັນດາ​ເນື້ອ​ໃນ​ແທດ​ຈິງ​ທີ່​ໄດ້​ຍົກ​ອອກ​ເພື່ອ​ປຶກສາ​ຫາລື ​ແລະ ບັນລຸ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ.


ຂ່າວ/ບົດ​ອື່ນ