ຮອງປະທານສະພາແຫ່ງຊາດອວງຈູລືວຕ້ອນຮັບລັດຖະມົນຕີກະຊວງຍຸຕິທຳສະຫະພັນລັດເຊຍ

ຮອງປະທານສະພາແຫ່ງຊາດອວງຈູລືວຕ້ອນຮັບລັດຖະມົນຕີກະຊວງຍຸຕິທຳສະຫະພັນລັດເຊຍ - ảnh 1
ທ່ານ ອວງຈູ​ລື​ວ ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ
​ຕ້ອນຮັບ​ທ່ານ Konovalov A.V
(ພາບ: TTXVN)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 20/11, ຢູ່​ຫໍ​ສະພາ​ແຫ່ງ​ຊາດ ຫວຽດນາມ, ທ່ານ ອວງຈູ​ລື​ວ ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Konovalov A.V, ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ລັດ​ເຊຍ ທີ່ພວມຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ​ພິ​ເສດການ​ພັດທະນາການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບດ້ານ​ກັບ ສະຫະພັນ ລັດ​ເຊຍ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ສະ​ເໜີ 2 ຝ່າຍ​ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ໃນ​ຂົງ​ເຂດ​ກົດໝາຍ ​ແລະ ຕຸລາການ, ສຶກສາ​ບຳລຸງ​ພະນັກງານ​…

        ສ່ວນ​ທ່ານ Konovalov A.V, ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ລັດ​ເຊຍ ​ເນັ້ນ​ໜັກ​ວ່າ: ສະຫະພັນ ລັດ​ເຊຍ ພ້ອມ​ແລ້ວ​​ທີ່​ຈະແບ່ງປັນ​ບົດຮຽນ​ກັບ ຫວຽດນາມ ​ໃນ​ຂົງ​ເຂດກົດໝາຍ ​ແລະ ຕຸລາການ, ປະຕິບັດ​ປະຕິ​ຮູບ​ຕຸລາການ.

ຂ່າວ/ບົດ​ອື່ນ