ຮອງປະທານສະພາແຫ່ງລັດກູບາ Lazara Mercedes loppez Acea ຢ້ຽມຢາມຫວຽດນາມ

  ຮອງປະທານສະພາແຫ່ງລັດກູບາ Lazara Mercedes loppez Acea ຢ້ຽມຢາມຫວຽດນາມ - ảnh 1
ທ່ານ​ຫງວຽນ​ເທ້ຖາວ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນຫຼວງ​ຮ່າ​ໂນ້ຍຕ້ອນຮັບທ່ານນາງ Lazara Mercedes loppez Acea 

(vovworld)- ຕອນ​ບ່າຍ​ວັນ​ທີ 15/9, ຢູ່ຮ່າໂນ້ຍ, ທ່ານນາງຕອງທິຟ້ອງ ກຳມະການ​ກົມ​ການ​​ເມືອງ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການ ຕ້ອນຮັບຄະນະຜູ້ແທນ ຂັ້ນສູງພັກ​ກອມມູນິດກູ​ບາ​ນຳໂດຍທ່ານນາງ Lazara Mercedes loppez Acea ກຳມະການ​ກົມ​ການ​​ເມືອງ, ຮອງປະທານ ສະພາແຫ່ງລັດ, ​ເລຂາຄະນະ​ພັກ​ນະຄອນ ລາ​ຮາ​ວານ​ນຳ​ໜ້າ ຊຶ່ງພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານນາງຕອງທິຟ້ອງ ກຳມະການ​ກົມ​ການ​​ເມືອງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ຖື​ວ່າ 2 ປະ​ເທດ​ຄວນ​ປັບປຸງ​ການ​ພົວພັນ​ດ້ານ​ການ​ເມ​ືອງ, ພ້ອມ​ທັງ​ເລັ່ງ​ໃສ່​ນຳ​ການ​ພົວພັນ​ດ້ານ​ເສດຖະກິດ - ການ​ຄ້າ, ການ​ສຶກສາ​ໃຫ້​ເຂົ້າ​ສູ່​ລວງ​ເລິກ, ຮັບ​​ໃຊ້​ກິດຈະການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ​ໃຫ້​ມີ​ປະສິດທິ​ຜົນ. ທ່ານນາງຕອງທິຟ້ອງ ກຳມະການ​ກົມ​ການ​​ເມືອງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ຢືນຢັນ​ວ່າ ສະພາແຫ່ງຊາດຫວຽດນາມ ຍາມ​ໃດ​ກໍ​ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ພັກ, ລັດ, ລັດຖະບານ​ໃນ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ຫວຽດນາມ-ກູ​ບາ.

   ​ໃນ​ວັນ​ດຽວ​ກັນ, ທ່ານ​ຫງວຽນ​ເທ້ຖາວ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນຫຼວງ​ຮ່າ​ໂນ້ຍກໍ​ໄດ້​ໃຫ້ການຕ້ອນຮັບທ່ານ Lazara Mercedes loppez Acea ກຳມະການ​ກົມ​ການ​​ເມືອງ, ຮອງປະທານ ສະພາແຫ່ງລັດ, ​ເລຂາຄະນະ​ພັກ​ນະຄອນ ລາ​ຮາ​ວານ​ ຢ່າງ​ສະໜິດສະໜົມ.

ຂ່າວ/ບົດ​ອື່ນ