ຮອງລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ: ຫວຽດນາມ ສູ້ຊົນເພື່ອສະພາບແວດລ້ອມບໍ່ມີຢາເສບຕິດ

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງຍູ້ແຮງການຮ່ວມມືສາກົນ ແລະ ການສຳຜັດຮອບດ້ານ, ແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງການສະໜອງ ແລະ ຄວາມຕ້ອງການຂອງຢາເສບຕິດ
ຮອງລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ: ຫວຽດນາມ ສູ້ຊົນເພື່ອສະພາບແວດລ້ອມບໍ່ມີຢາເສບຕິດ - ảnh 1ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ

ວັນທີ 7 ກໍລະກົດ, ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ຂັ້ນລັດຖະມົນຕີກ່ຽວກັບການຮັບມືກັບໄພນາບຂູ່ຈາກຢາເສບຕິດ. ກອງປະຊຸມໄດ້ຈັດຂຶ້ນຕາມຂໍ້ລິເລີ່ມຂອງທ່ານ Antony Blinken, ລັດຖະມົນຕີການຕ່າງປະເທດ ອາເມລິກາ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າ 70 ປະເທດ ແລະ ການນຳບາງອົງການສາກົນທີ່ກ່ຽວຂ້ອງ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງຍູ້ແຮງການຮ່ວມມືສາກົນ ແລະ ການສຳຜັດຮອບດ້ານ, ແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງການສະໜອງ ແລະ ຄວາມຕ້ອງການຂອງຢາເສບຕິດ. ພ້ອມນັ້ນ, ທ່ານລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກບັນດາຄວາມມານະພະຍາຍາມລວມຂອງປະຊາຄົມສາກົນຄວນໜູນຊ່ວຍປະຕິບັດສົນທິສັນຍາພື້ນຖານກ່ຽວກັບຢາເສບຕິດ 3 ສະບັບໃຫ້ເປັນຢ່າງດີ ແລະ ຊ່ວຍເພີ່ມທະວີບົດບາດຂອງຄະນະກຳມະການຄວບຄຸມຢາເສບຕິດຂອງ ສປຊ (CND) ໃຫ້ດີກ່ວາອີກ. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ສະເໜີວ່າ: ສາກົນຄວນເອົາໃຈໃສ່ເພີ່ມທະວີການໜູນຊ່ວຍບັນດາປະເທດພວມພັດທະນາກ່ຽວກັບການແບ່ງປັນຂໍ້ມູນ, ຍົກສູງກຳລັງຄວາມສາມາດ, ແຫຼ່ງກຳລັງ, ເຕັກໂນໂລຊີ , ແລະ ຖືວ່າ ເພື່ອແກ້ໄຂບັນຫາ ຢາເສບຕິດແບບຍືນຍົງນັ້ນ ຄວນເພີ່ມທະວີບັນດາມາດຕະການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ຍົກສູງລະດັບການສຶກສາ ແລະ ສ້າງວຽກເຮັດງານທຳ, ພິເສດແມ່ນສຳລັບຊາວໜຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ