ຮອງລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ ພົບປະກັບ ລັດຖະມົນຕີການຕ່າງປະເທດ ຈີນ

(VOVWORLD) -ທ່ານ ຫວາງອີ້ ໄດ້ຊົມເຊີຍ ທ່ານ  Ri Kil-song ທີ່ໄດ້ມາຢ້ຽມຢາມຈີນ ເພື່ອຂຶ້ນແຜນກະກຽມໃຫ້ແກ່ເຫດການສະເຫຼີມສະຫຼອງ 70 ປີ ແຫ່ງວັນ ສ້າງການພົວພັນທາງການທູດ. 

ວັນທີ 28 ກຸມພາ, ທ່ານ ຫວາງອີ້ ລັດຖະມົນຕີການຕ່າງປະເທດ ຈີນ ໄດ້ໃຫ້ການຕ້ອນຮັບທ່ານ Ri Kil-song ຮອງລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ ຢູ່ນະຄອນຫຼວງປັກກິ່ງ. ທີ່ການຕ້ອນຮັບ, ທ່ານ ຫວາງອີ້ ໄດ້ຊົມເຊີຍ ທ່ານ  Ri Kil-song ທີ່ໄດ້ມາຢ້ຽມຢາມຈີນ ເພື່ອຂຶ້ນແຜນກະກຽມໃຫ້ແກ່ເຫດການສະເຫຼີມສະຫຼອງ 70 ປີ ແຫ່ງວັນ ສ້າງການພົວພັນທາງການທູດ. ສ່ວນທ່ານ Ri Kil-song ຢັ້ງຢືນວ່າ ສປປ.ເກົາຫຼີ ພ້ອມແລ້ວທີ່ຈະຮ່ວມມືກັບ ຈີນ ເພື່ອພັດທະນາການພົວພັນສອງຝ່າຍ ໃນຍຸກສະໄໝໃໝ່.

ຮອງລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ ພົບປະກັບ ລັດຖະມົນຕີການຕ່າງປະເທດ ຈີນ - ảnh 1ທ່ານ ຫວາງອີ້ ລັດຖະມົນຕີການຕ່າງປະເທດ ຈີນ ໄດ້ໃຫ້ການຕ້ອນຮັບທ່ານ Ri Kil-song ຮອງລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ (ພາບ: AFP/TTXVN)

        ກ່ຽວຂ້ອງເຖິງກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ທີ່ຖືກດໍາເນີນຢູ່ຫວຽດນາມ, ທ່ານ ຫວາງອີ້ ເນັ້ນໜັກວ່າ: “ບັນດາຄວາມຫຍຸ້ງຍາກ ແມ່ນບໍ່ອາດຫຼີກລ້ຽງໄດ້, ເພາະວ່າ ການເຈລະຈາລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ໄດ້ເຕະຕ້ອງເຖິງຫຼາຍບັນຫາທີ່ເລິກເຊິ່ງ”. ຕາມທ່ານ ຫວາງອີ້ ແລ້ວ, ເລື່ອງຊອກຫາມາດຕະການການເມືອງເພື່ອແກ້ໄຂບັນຫາໃນແຫຼມເກົາຫຼີ ຜ່ານການເຈລະຈາ ແມ່ນທິດທາງຫຼັກ.

        ການຢ້ຽມຢາມຈີນ ຂອງບັນດາເຈົ້າໜ້າທີ່ ສປປ.ເກົາຫຼີ ພາຍຫຼັງສິ້ນສຸດກອງປະຊຸມສຸດຍອດຄັ້ງທີ 2 ໃນທັນທີ, ໄດ້ເຮັດໃຫ້ມີຂ່າວລືວ່າ ການນໍາ ສປປ. Kim Jong-un ອາດຈະຢ້ຽມຢາມ ປັກກິ່ງ ໃນຂະນະເດີນທາງກັບເມືອພຽງຢາງ ພາຍຫຼັງ ສິ້ນສຸດກອງປະຊຸມສຸດຍອດ ກັບ ທ່ານປະທານາທິບໍດີ ອາເມລິກາ  Donald Trump.


ຕອບກັບ

ຂ່າວ/ບົດ​ອື່ນ