ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ Nguyen Thanh Son ເຮັດວຽກຢູ່ຈີນ

ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ Nguyen Thanh Son ເຮັດວຽກຢູ່ຈີນ - ảnh 1

ທ່ານ Nguyen Thanh Son ພົບ​ປ​ະກັບ​ທ່ານ ຢາງ​ເຈຍ​ຊື້

( vovworld ) –   ​​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຈີນ​ ແຕ່​ວັນ​ທີ 20-26/5, ວັນ​ທີ 25/5, ທ່ານ Nguyen Thanh Son ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ປະທານ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວກັບ​ຊາວ ຫວຽດນາມ ອາ​ໄສຢູ່​ຕ່າງປະ​ເທດ ​ໄດ້​ພົບ​ປ​ະກັບ​ທ່ານ ຢາງ​ເຈຍ​ຊື້ ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ. ທີ່​ການພົບ​ປະ, ທ່ານລັດຖະມົນຕີ​ ຢາງ​ເຈຍ​ຊື້ ​​ໄດ້ຕີ​ລ​າຄາສູງ​ໝາກຜົນຂອງ​ເວທີ​ປາ​ໄສ​ຮ່ວມ​ມືດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ​ແລະ ການທ່ອງທ່ຽວ​ຫວຽດນາມ-ຈີນ ຈັດ​ຂຶ້ນຢູ່​ປັກ​ກີ​ງ ​ແຕ່​ວັນ​ທີ 20-23/5 ທີ່​ຜ່ານ​ມາ. ສ່ວນ​ທ່ານຮອງ​ລັດຖະມົນຕີ Nguyen Thanh Son ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ສາຍ​ພົວພັນ​ມິດຕະພາບ​ທີ່​ມີ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດຈະ​ນັບ​ມື້ນັບ​ໄດ້​ຮັບ​ການ​ພັດທະນາ. ນອກຈາກນັ້ນແລ້ວ, ທ່ານຮອງ​ລັດຖະມົນຕີ Nguyen Thanh Son ຍັງ​ໄດ້​ພົບ​ປະ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ປັກ​ກີ​ງ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານຮອງ​ລັດຖະມົນຕີ Nguyen Thanh Son ​ໄດ້​ເນັ້ນ​ໜັກ​​ເຖິງ ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ ພ້ອມ​ກັບ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ ​ແລະ ລັດຖະບານ ຫວຽດນາມ ທີ່ມີ​ຕໍ່​ວົງ​ຄະນາ​ຍາດ​ຊາວ​ຫວຽດນາມ ພວມ​ດຳລົງ​ຊີວິດ, ຮ່ຳຮຽ​ນ ແລະ ​ເຮັດ​ວຽກຢູ່​ຕ່າງປະ​ເທດ. ທ່ານ​ຢືນຢັນ​ວ່າ: ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ປັກ​ກີ​ງ ທຸກ​ຊັ້ນຄົນ ຈະ​ແມ່ນ​ຜູ້ຕາງໜ້າ, ​ໂຄສະນາພາບ​ພົດ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ກໍ່​ຄື​ມູນ​ເຊື້ອ​ຮັກຫອມ​ສັນຕິພາບ ​ແລະ ສີສັນ​ຂອງ​ຊາວ​ຫວຽດນາມ.

 

 

 

 

 

 

ຂ່າວ/ບົດ​ອື່ນ