ຮອງລັດຖະມົນຕີການຕ່າງປະເທດຫວູຮົ່ງນາມເຂົ້າຮ່ວມກອງປະຊຸມທາບທາມຄວາມເຫັນກັບກະຊວງການຕ່າງປະເທດກົດດີວົວ

ຮອງລັດຖະມົນຕີການຕ່າງປະເທດຫວູຮົ່ງນາມເຂົ້າຮ່ວມກອງປະຊຸມທາບທາມຄວາມເຫັນກັບກະຊວງການຕ່າງປະເທດກົດດີວົວ - ảnh 1
ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວູ​ຮົ່ງ​ນາມ ເຮັດ​ວຽກ​ຢູ່ປະ​ເທດ​ສ.ກົດ​ດີ​ວົວ
(ພາບ: mofa.gov.vn)

(vovworld) - ​​ໃນ​ລະ​ຫວ່າງວັນ​ທີ 16 - 19/04/2017, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ, ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຫວູ​ຮົ່ງ​ນາມ ໄດ້​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ປະ​ເທດ​ສ.ກົດ​ດີ​ວົວ, ເຊິ່ງ​ແມ່ນ​ຄູ່​ຄ້າ​ໃຫຍ່​ອັນ​ດັບ 2 ຂອງ​ຫວຽດ​ນາມ ຢູ່​ອາ​ຟະ​ລິ​ກາ ດ້ວຍ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ບັນ​ລຸກວ່າ 820 ລ້ານ USD ໃນ​ປີ 2016.

        ໃນ​ການ​ຢ້ຽມ​ຢາມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫວູ​ຮົ່ງ​ນາມ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ, ​ຫ​ັດ​ຖະ​ກຳ ແລະ ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ​ນ້ອຍ ແລະ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ; ເຂົ້າ​ຮ່ວມກອງ​ປະ​ຊຸມ​ທາບ​ທາມ​ຄວາມ​ເຫັນ​ດ້ານ​ກາ​ນ​ເມືອງ ຄັ້ງ​ທີ​ໜຶ່ງ​; ເປັນ​ປະ​ທານ​ຮ່ວມ​​ໃນການ​ໂອ້​ລົມ​ສົນ​ທະ​ນາ​ວິ​ສາ​ຫະ​ກິດ​ຫວຽດ​ນ​ສາມ - ກົດ​ດີ​ວົວ.

        ທີ່​ບັນ​ດາ​ການ​ພົບ​ປະ, 2 ຝ່າຍ​ໄດ້​ປຶກ​ສາ​ຫາ​ລື​ຫຼາຍ​ມາດ​ຕະ​ການ​ຫັນ​ການ​ພົວ​ພັນ​ແລກ​ປ່ຽນ​ດ້າ​ນ​ການ​ຄ້າ​ເປັນ​ຫຼາຍ​ຮູບ​ຫຼາ​ຍ​ແບບ ແລະ ຊຸກ​ຍູ້​ການ​ລົງ​ທຶນ 2 ຝ່າຍ. ຫວຽດ​ນາມ ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ຈະ​ຊຸກ​ຍູ້​ບັນ​ດາ​ວິ​ສາ​ຫະ​ກິດ​ລົງ​ທຶນ​ໂດຍ​ກົງ​ເຂົ້າ​ໃນການຍ​ົ​ກ​ສູງ​ສະ​ມັດ​ຕະ​ພາບ ກໍ່​ຄື​​ການ​ຜະ​ລິດປຸ​ງ​ແຕ່ງເຂົ້າ​ສານ ແລະ ໝາກມ່ວງຫິມະພານຢູ່ ກົດ​ດີ​ວົວ. ກົດ​ດີ​ວົວ ກໍ​ສະ​ເໜີ​ໃຫ້​ຫວຽດ​ນາມ ແບ່​ງ​ປັນ​ບົດ​ຮຽນ​ໃນ​ການ​ພັດ​ທະ​ນາ​​ຫຼາຍ​ຂົງ​ເຂດ​ຄື: ພັດ​ທະ​ນ​ພື້ນ​ຖານ​ໂຄງ​ລ່າງ, ກະ​ສິ​ກຳ, ການ​ປະ​ມົງ... ແລະ​ ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດ​າ​ວິ​ສ​າ​ຫະ​ກິດ​ຫວຽດ​ນາມ​ລົງ​ທຶນ​ເຂົ້າ​ກົດ​ດີ​ວົວ.

ຕອບກັບ

ຂ່າວ/ບົດ​ອື່ນ