ຮອບເຈລະຈາໃໝ່ກ່ຽວກັບຊີຣີສືບຕໍ່ຖືກໂຈະໄວ້

ຮອບເຈລະຈາໃໝ່ກ່ຽວກັບຊີຣີສືບຕໍ່ຖືກໂຈະໄວ້ - ảnh 1
ພາບປະກອບ

(vovworld) – ​ວັນ​ທີ 1/3, ຫ້ອງ​ການ​ຂອງ​ທູດ​ພິ​ເສດ ສປຊ ກ່ຽວ​ກັບ ຊີຣີ Staffan de Mistura, ປະກາດ​ວ່າ, ຮອບ​ເຈລະຈາ​ໃໝ່​ກ່ຽວ​ກັບ​ວິ​ກິດ​ການ​ຢູ່ ຊີຣີ ຈະ​ສືບ​ຕໍ່​ຖືກ​ໂຈະ​ໄວ້ ຈົນຮອດ​ວັນ​ທີ 9/3, ​ແທນ​​ໃຫ້​ວັນ​ທີ 7/3 ຄື​ການ​ຄາດ​ຄະ​ເນ​ທີ່​ໄດ້​ຍົກ​ອອກ​ມາ​ກ່ອນ​ນັ້ນ. ນີ້​ແມ່ນ​ຄັ້ງ​ທີ 2 ຂອງຮອບ​ເຈລະຈາ​ໃໝ່ທີ່​ຖື​ກ​ໂຈະ​ໄວ້ພາຍຫຼັງ​ທີ່​ບໍ່​ສາມາດ​ດຳ​ເນີນ​ໃນ​ວັນ​ທີ 25/2 ຄື​ການ​ຄາດ​ຄະ​ເນ​ໃນ​ເບື້ອງ​ຕ້ົນ.  ບົດ​ລາຍ​ງານ​ໃຫ້​ຮູ້​ວ່າ: ການ​ໂຈະ​ການ​ເຈລະຈາ​ແມ່ນ​ຈຳ​ເປັນ​ເພື່ອ​​ໃຫ້​ບັນດາ​ຝ່າ​ຍກ່ຽວ​ຂ້ອງ​ມີ​ເວລາ​ຄິດ​ໄລ່​ຊັ່ງຊາ​ບັນດາ​ບັນຫາ​ຕົວ​ຈິງທີ່​ພວມ​ເກີດ​ຂຶ້ນ​ຢູ່ ຊີຣີ, ຜ່ານ​ນັ້ນ​ຊ່ວຍ​ໃຫ້ການ​ເຈ​ລະຈາ​ສັນຕິພາບ​ໄດ້​ຮັບ​ການ​ດຳ​ເນີນ​ຢ່າງ​ສະ​ດວກ​ທີ່​ສຸດ. ບົດ​ລາຍ​ງານ​ກໍ່​ສະ​ແດງ​ຄວາມ​ຫວັງວ່າ​ບັນດາ​ຝ່າຍ​ການ​ເມືອງ ຢູ່ ຊີຣີ ຈະ​ເຂົ້າ​ຮ່ວມ​ການ​ປຶກສາ​ຫາ​ລື​ບົ​ນຈິດ​ໃຈ​ດ້ວຍຄວາມ​ເຈຕະນາ​ດີ, ​ເຂັ້ມ​ງວດ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ.

 


ຂ່າວ/ບົດ​ອື່ນ