ຮາມາດ ປະກາດກຽມພ້ອມໃຫ້ແກ່ຂໍ້ຕົກລົງແລກປ່ຽນນັກໂທດກັບ ອິດສະຣາແອນ

(VOVWORLD) - ທ່ານ Yahya Sinwar, ຜູ້ນຳຂະບວນການອິດສະລາມ ຮາມາດ ຢູ່ເຂດ ກາຊາ, ໄດ້ຍົກອອກຖະແຫຼງການດັ່ງກ່າວ, ພ້ອມທັງຮຽກຮ້ອງໃຫ້ບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງໃນຂົງເຂດນີ້ກະກຽມບັນຊີລາຍຊື່ນັກໂທດຍິງ - ຊາຍທັງໝົດ

ວັນທີ 29 ຕຸລາ, ຂະບວນການອິດສະລາມ ປະກອບອາວຸດ ຮາມາດ ຢູ່ເຂດ ກາຊາ ຖະແຫຼງໄດ້ກຽມພ້ອມເຈລະຈາກ່ຽວກັບຂໍ້ຕົກລົງປ່ອຍຕົວເປັນອິດສະຫຼະໃຫ້ແກ່ກ່ວາ 200 ຄົນທີ່ຖືກ ຮາມາດຈັບຕົວໃນວັນທີ 7 ຕຸລາ ຜ່ານມາ, ເພື່ອແລກເອົາເລື່ອງປ່ອຍຕົວນັກໂທດຊາວ ປາແລດສະຕິນ ທັງໝົດ ທີ່ພວມຖືກກັກຂັງຢູ່ຄຸກແຫ່ງຕ່າງໆຂອງອິດສະຣາແອນ.

        ທ່ານ Yahya Sinwar, ຜູ້ນຳຂະບວນການອິດສະລາມ ຮາມາດ ຢູ່ເຂດ ກາຊາ, ໄດ້ຍົກອອກຖະແຫຼງການດັ່ງກ່າວ, ພ້ອມທັງຮຽກຮ້ອງໃຫ້ບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງໃນຂົງເຂດນີ້ກະກຽມບັນຊີລາຍຊື່ນັກໂທດຍິງ - ຊາຍທັງໝົດ ທີ່ພວມຖືກກັກຂັງໃນຄຸກຂອງ ອິດສະຣາແອນ ໂດຍບໍ່ມີກໍລະນີຍົກເວັ້ນ, ເພື່ອກະກຽມໃຫ້ບັນດາໄລຍະຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ