ຮ່າ​ໂນ້ຍ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວກ່​ວາ 4,2 ລ້າເທື່ອ​ຄົນ

(VOVWORLD) - ນັບແຕ່ຕົ້ນປີ ມາຮອດປັດຈຸບັນ, ຈຳນວນແຂກທ່ອງທ່ຽວທັງໝົດມາຮ່າໂນ້ຍ ບັນລຸກ່ວາ 4,2 ລ້ານເທື່ອຄົນ.

ຈຳນວນແຂກທ່ອງທ່ຽວມາຮ່າໂນ້ຍ ໃນເດືອນກຸ່ມພາປີ 2024 ບັນລຸເກືອບ 2,2 ລ້ານເທື່ອຄົນ. ໃນນັ້ນ, ມີແຂກທ່ອງທ່ຽວ ສາກົນ ປະມານ 383.000 ເທື່ອຄົນ. ນັບແຕ່ຕົ້ນປີ ມາຮອດປັດຈຸບັນ, ຈຳນວນແຂກທ່ອງທ່ຽວທັງໝົດມາຮ່າໂນ້ຍ ບັນລຸກ່ວາ 4,2 ລ້ານເທື່ອຄົນ. ທ່ານນາງ ດັ່ງເຮືອງຢາງ, ຫົວໜ້າພະແນກທ່ອງທ່ຽວ ຮ່າໂນ້ຍ ໃຫ້ຮູ້ວ່າ ໃນ ເດືອນມີນາ, ຫົວໜ່ວຍຈະຜັນຂະຫຍາຍຫຼາຍການເຄື່ອນໄຫວເພື່ອສືບຕໍ່ຊຸກຍູ້ການພັດທະນາການທ່ອງທ່ຽວ. ທ່ານນາງ ດັ້ງເຮືອງຢາງ ໃຫ້ຮູ້ວ່າ:

ເພື່ອບັນລຸໄດ້ໝາກຜົນສູງ, ຮ່າໂນ້ຍ ໄດ້ມີວິທີການຊ່ວຍຂະແໜງທ່ອງທ່ຽວນະຄອນຫຼວງມີການເຕີບໂຕ. ດ້ວຍການເຕີບໂຕຢ່າງແຮງນີ້, ຮ່າໂນ້ຍສືບຕໍ່ໄດ້ຮັບການເຊີດຊູຈາກບັນດາໂດຍອົງການທ່ອງທ່ຽວສາກົນ, ພົ້ນເດັ່ນແມ່ນເລື່ອງອົງການຈັດຕັ້ງທ່ອງທ່ຽວໂລກ ເຊີດຊູແມ່ນສະຖານທີ່ທ່ອງທ່ຽວນະຄອນແຖວໜ້າອາຊີ ໃນວັນພັກໄລຍະສັ້ນ ແລະ ສະຖານທີ່ທ່ອງທ່ຽວສຳລັບວັນພັກໄລຍະສັ້ນອັນດັບທີ 1 ຂອງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ