ຮ່າໂນ້ຍມີຫຼາຍນະໂຍບາຍ ໃຫ້ແກ່ຄົນງານ Libya ກັບເມືອປະເທດ


ຮ່າໂນ້ຍມີຫຼາຍນະໂຍບາຍ ໃຫ້ແກ່ຄົນງານ Libya ກັບເມືອປະເທດ - ảnh 1
ຄົນງານ ຫວຽດນາມ ຢູ່ສະໜາມບິນ ໂນ້ຍບາຍ
(ພາບ: TTXVN)


(vovworld) -​ ເພື່ອ​ໜູນ​ຊ່ວຍ​ບັນ​ດາ​​ຄົນ​ງານໄປ​ເຮັດ​ວຽກ​ຢູ່ Libya ທີ່ຕ​້ອງກັບ​ເມືອ​ປະ​ເທດ​ກ່ອນ​ກຳ​ນົດ​ເວ​ລາ​ສ້າງ​ຊີ​ວິດ​ການ​ເປັນ​ຢູ່​ເປັນ​ປົກ​ກະ​ຕິໂດຍ​ໄວ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ຫາ​ກໍ່​ຕັດ​ສິນ​ຫັ​ກ​ງົບ​ປະ​ມານໜູນ​ຊ່ວຍ ໃຫ້​ແກ່​ຄົນ​ງານ​ທີ່​ມີ​ສຳ​ມະ​ໂນ​ຄົວ​ຢູ່ ຮ່າ​ໂນ້ຍ ໄປ​ເຮັດ​ວຽກ​ຢູ່ Libya ແຕ່ຕ້ອງ​ກັບ​ເມືອ​ປະ​ເທດ​ກ່ອນ​ກຳ​ນົດ​ເວ​ລາ ແມ່ນ 1 ລ້ານດົ່ງ/ຄົນ(ນອກ​ຈາກ​ເງິນ​ໜູນ​ຊ່ວຍ​ຂອງ​ສູນ​ກາງ). ​ສຳ​ລັບ​ຄົນ​ງານທີ່ໄດ້​ກູ້​​ຢືມ​ທຶນ​ຈາກ​ທະ​ນາ​ຄານ​ນະ​ໂຍ​ບາຍ​ສັງ​ຄົມ ເພື່ອ​ໄປ​ອອກແຮງ​ງານຢູ່ Libya ແມ່ນໄດ້​ແກ່​ຍາວ​ເວ​ລາ​​ໃຊ້​ໜີ້; ເງິນ​ກູ້​ຢືມຫຼາຍ​ສຸດ​ແມ່ນ 24 ເດືອ​ນ. ພະ​ແນກ​ແຮງ​ງານ-ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ຮ່າ​ໂນ້ຍ​ ກໍ່ສະ​ເໜີ​ສຳ​ລັບ​ກໍ​ລະ​ນີ​ມີ​ຄວາມ​ຕ້ອງ​ການ​ກູ້​ຢືມ​ທຶນ ເພື່ອ​ສ້າງວຽກ​ເຮັດ​ງານ​ທຳ​ໃໝ່​ ສະ​ເໜີໃຫ້​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ໃຫ້ກູ້​ຢືມ​ທຶນ​ຈາກ​ແຫຼ່ງ​ທຶນ​ແຫ່ງ​ຊາດ ໜູນ​ຊ່ວຍ​ວຽກ​ເຮັດ​ງານ​ທຳ​ຢູ່​ທ້ອງ​ຖິ່ນ ດ້ວຍ​ຈຳ​ນວນ​ກູ້​ຢືມ​ສູງ​ສຸດ​ແມ່ນ 20 ລ້ານ​ດົ່ງ/ຄົນ, ກຳ​ນົດ​ເວ​ລາ​ກູ້​ຢືມ​ ​ແຕ່​ອີງຕາມ​ຈຸດ​ປະ​ສົງ​ນຳ​ໃຊ້​ທຶນ​ຂອງ​​ຄົນ​ງານ. ປະ​ຈຸ​ບັນ, ຮ່າ​ໂນ້ຍ​​ມີ​ຄົນ​ງານ 179 ຄົນ​ໄປ Libya ຕ້ອງ​ກັບ​ເມືອ​ປະ​ເທດ​ກ່ອນ​ກຳ​ນົດ​ເວ​ລາ.
ຂ່າວ/ບົດ​ອື່ນ