ຮ່າໂນ້ຍສະຫງວນງົບປະມານກວ່າ 100 ຕື້ດົ່ງເພື່ອລົງຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ

(VOVWORLD) -ວັນທີ 10 ກໍລະກົດ, ທີ່ການປະຊຸມແລກປ່ຽນວຽກງານສື່ມວນຊົນ ປະຈໍາໄລຍະຄະນະພັກນະຄອນຮ່າໂນ້ຍ, ໂດຍທ່ານຮວ່າງແທ່ງທ໋າຍ ຮອງຫົວໜ້າພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ, ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີ ແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/07/1947 – 27/07/2018)
ຮ່າໂນ້ຍສະຫງວນງົບປະມານກວ່າ 100 ຕື້ດົ່ງເພື່ອລົງຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ - ảnh 1ການນໍາ ພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ນະຄອນຮ່າໂນ້ຍ

ໃຫ້ຮູ້ຂ່າວກ່ຽວກັບວຽກງານການຕອບບຸນແທນຄຸນຕໍ່່ບັນດານັກວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ 

ຄາດວ່ານະຄອນ ຈະໃຊ້ງົບປະມານກວ່າ 100 ຕື້ດົ່ງ ເພື່ອລົງຢ້ຽມຢາມ, ມອບຂອງຂວັນ ໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃນບໍລິເວນນະຄອນຫຼວງ.

        ກໍເນື່ອງໃນໂອກາດນີ້, ທາງນະຄອນໄດ້ແຕ່ງຕັ້ງຄະນະການນໍາຫຼາຍຄະນະ ລົງໄປຢ້ຽມຢາມ, ມອບຂອງຂວັນ ໃຫ້ແກ່ບັນດາໝູ່ຄະນະ ແລະ ບຸກຄົນດີເດັ່ນອີກດ້ວຍ.

        ນອກຈາກບັນດາລາຍການດັ່ງກ່າວແລ້ວ, ການເຄື່ອນໄຫວແທດຈິງ ມຸ່ງໄປເຖິງການສະເຫຼີມສະຫຼອງ 71 ປີ ແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ, ນະຄອນ, ບັນດາເມືອງ, ເທດສະບານ ກໍໄດ້ ແລະ ພວມຜັນຂະຫຍາຍບັນດາການເຄື່ອນໄຫວ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່່ບັນດານັກວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ ຄື: ຂົນຂວາຍພະນັກງານ, ພາລະກອນ, ຜູ້ອອກແຮງງານສະໜັບສະໜູນກອງທຶນຈາລຶກ, ຕອບບຸນແທນຄຸນ; ສົມທົບກັບບັນດາຫົວໜ່ວຍສາທາລະນະສຸກໃນບໍລິເວນ ຈັດຕັ້ງການກວດ ແລະ ປິ່ນປົວພະຍາດ ແລະ ແຈກຢາຍຢຸກຢາ ໂດຍບໍ່ເສຍຄ່າ ໃຫ້ຜູ້ທີ່ມີຄຸນງາມຄວາມດີ,ຈັດຕັ້ງກອງປະຊຸມພົບປະກັບຜູ້ມີຄຸນງາມຄວາມດີ ທີ່ດີເດັ່ນ.  

ຕອບກັບ

ຂ່າວ/ບົດ​ອື່ນ