ຮ່າໂນ້ຍເພີ່ມທະວີການພົວພັນຮ່ວມມືກັບທະນາຄານພັດທະນາອາຊີ

ຮ່າໂນ້ຍເພີ່ມທະວີການພົວພັນຮ່ວມມືກັບທະນາຄານພັດທະນາອາຊີ - ảnh 1
(ທ່ານ Eric Sidgwick ​ຜູ້ອຳນວຍການ​
ແຫ່ງ​ຊາດ​ທະນາຄານ​ພັດທະນາ ອາຊີ (ADB)

(vovworld) –​ ວັນ​ທີ 7/10, ການ​ນຳ​ຄະ​ນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ, ​ເຮັດ​ວຽກ​ກັບ​ຜູ້ອຳນວຍການ​ແຫ່ງ​ຊາດ​ທະນາຄານ​ພັດທະນາ ອາຊີ (ADB) ປະຈຳ ຫວຽດນາມ ທ່ານ Eric Sidgwick. ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ຫງວຽນກວກ​ຮຸ່ງ ສະ​ເໜີຕໍ່​ທ່ານ Eric Sidgwick ​ໃນ​ຖານະ​ຕຳ​ແໜງ​​ເປັນຜູ້ອຳນວຍການ​ແຫ່ງ​ຊາດ ADB ປະຈຳ ຫວຽດນາມ ​ຈົ່ງເອົາ​ໃຈ​ໃສ່ ເຖິງ ຫວຽດນາມ ​ເວົ້າ​ລວມ ​ແລະ ນະຄອນ​ຮ່າ​ໂນ້ຍ ​ເວົ້າ​ສະ​ເພາະ​ຫລາຍ​ກ່ວາ​ອີກ ​ແລະ ສະ​ເໜີ ADB ພິຈາລະນາ​ດັດ​ປັບ​ບາງ​ບັນຫາ​ໃຫ້​ເໝາະ​ສົມ​ກັບ​ເຊື່ອນ​ໄຂ​ຂອງ ຫວຽນ​ດາມ. ທ່ານ Eric Sidgwick ​ໃຫ້​ຮູ້​ວ່າ: ທະນາຄານ ADB ພ້ອມ​ແລ້ວທີ່ຈະ​ຮ່ວມ​ມື​ກັບ ຮ່າ​ໂນ້ຍ ​ເພື່ອ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ຊອກ​ຫາ​ທິດ​ທາງ ​ແລະ ​ແກ້​ໄຂ​ບັນດາ​ສິ່ງ​ຕິດ​ຂັດ​ທີ່​ກ່ຽວຂ້ອງ​ເຖິງ​ລະບຽບ​ການ​ໜູນ​ຊ່ວຍ​ໃຫ້​ບັນດາ​ໂຄງການ​ຈະ​ມາ​ເຖິງ. ທ່ານ Eric Sidgwick ​ໃຫ້​ຮູ້​ວ່າ: ​ໃນ​ອະນາຄົດ ທະນາຄານ ADB ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື, ສ້າງ​ການ​ພົວພັນ​ສະ​ນິດ​ຕິດ​ພັນ​ກັບ ຮ່າ​ໂນ້ຍ ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ ​ເພື່ອ​ໜູນ​ຊ່ວຍບັນດາ​ໂຄງການ​ສິ່ງ​ແວດ​ລ້ອມ, ປະກອບສ່ວນ​ປັບປຸງ​ຄຸນ​ນະພາ​ບການ​ດຳລົງ​ຊີວິດ​ ​ແລະ ​ເສດຖະກິດ​ໃຫ້​​ແກ່​ຊາວນະຄອນຫລວງ.

 

ຂ່າວ/ບົດ​ອື່ນ