ເກີດເຫດລະເບີດສອງຄັ້ງຢູ່ໃຈກາງນະຄອນຫຼວງ ກີແອບ

(VOVWORLD) - ໃນສື່ສັງຄົມອອນລາຍ Twitter, ທຳນຽບປະທານາທິບໍດີ ອາບຟຣີກໃຕ້ ໄດ້ຊີ້ແຈ້ງວ່າ “ທ່ານປະທານາທິບໍດີ ອາບຟຣີກາໃຕ້ Cyril Ramaphosa ແລະ ບັນດາປະມຸກລັດບາງປະເທດ ອາບຟຣີກາ
ເກີດເຫດລະເບີດສອງຄັ້ງຢູ່ໃຈກາງນະຄອນຫຼວງ ກີແອບ - ảnh 1ເຫດລະເບີດຢູ່ໃຈກາງ ນະຄອນຫຼວງ ກິແອບ
(ພາບ:Ukrainian President’s Office/TTXVN)

ວັນທີ 16 ມິຖຸນາ, ໄດ້ເກີດເຫດລະເບີດ 2 ຄັ້ງຢູ່ໃຈກາງນະຄອນຫຼວງ ກີແອບ ຂອງປະເທດ ຢູແກຼນ, ໃນສະພາບການທີ່ຄະນະຜູ້ແທນບັນດາການນຳ ອາບຟຣີກາ ພວມຢ້ຽມຢາມ ຢູແກຼນ, ເລີ່ມຕົ້ນພາລະກິດສັນຕິພາບ ດ້ວຍຄວາມຫວັງໄກ່ເກ່ຍລະຫວ່າງ ຢູແກຼນ ແລະ ລັດເຊຍ. ທ່ານ Vitali Klitschko, ເຈົ້າຄອງນະຄອນຫຼວງ ກີແອບ ໃຫ້ຮູ້ວ່າ: ເຫດລະເບີດເກີດຂຶ້ນຢູ່ເມືອງໃຈກາງ Podil ຂອງນະຄອນຫຼວງ.

        ໃນຂະນະນັ້ນ, ໃນສື່ສັງຄົມອອນລາຍ Twitter, ທຳນຽບປະທານາທິບໍດີ ອາບຟຣີກໃຕ້ ໄດ້ຊີ້ແຈ້ງວ່າ “ທ່ານປະທານາທິບໍດີ ອາບຟຣີກາໃຕ້ Cyril Ramaphosa ແລະ ບັນດາປະມຸກລັດບາງປະເທດ ອາບຟຣີກາ ພວມເຂົ້າຮ່ວມພາລະກິດສັນຕິພາບຂອງບັນດາການນຳ ອາບຟຣີກາ ຢູ່ໂບດ St Andrew ທີ່ນະຄອນ Bucha”, ໃກ້ກັບນະຄອນຫຼວງ ກີແອບ.

        ໃນສະພາບການກ່ຽວຂ້ອງມີຂ່າວວ່າ, ວັນທີ 16 ມິຖຸນາ, ວັງ Kremlin ຢັ້ງຢືນວ່າ ທ່ານປະທານາທິບໍດີ Putin ຍັງກຽມພ້ອມຮັບການຕິດຕໍ່ພົວພັນບໍ່ວ່າປະການໃດໆເພື່ອປຶກສາຫາລືກ່ຽວກັບມາດຕະການໃຫ້ແກ່ການປະທະກັນຢູ່ຢູແກຼນ.

        ແລະກໍ່ໃນວັນທີ 16 ມິຖຸນາ, ອາເມລິກາ ໄດ້ປະກາດບ້ວງເງິນໜູນຊ່ວຍມະນຸດສະທຳເພີ່ມເຕີມດ້ວຍມູນຄ່າ 205 ລ້ານໂດລາສະຫະລັດ ໃຫ້ແກ່ ຢູແກຼນ. ບ້ວງເງິນໃໝ່ນີ້ລວມມີ: ທັນຍາຫານ, ນ້ຳດື່ມ, ການສຶກສາ, ໜູນຊ່ວຍດ້ານນິຕິກຳ ແລະ ເບິ່ງແຍງສຸຂະພາບ. ນັບແຕ່ເດືອນ ກຸມພາ 2022, ຂະນະທີ່ການປະທະກັນ ລັດເຊຍ - ຢູແກຼນ ໄດ້ເລີ່ມຂຶ້ນ, ອາເມລິກາ ໄດ້ໜູນຊ່ວຍມະນຸດສະທຳໃຫ້ແກ່ຢູແກຼນ ລວມທັງໝົດ 2,1 ຕື້ໂດລາສະຫະລັດ.

ຕອບກັບ

ຂ່າວ/ບົດ​ອື່ນ