ເກີດເຫດ​ແຜ່ນ​ດິນ​ໄຫວ ຢູ່ ອາບ​ກາ​ນິດ​ສະ​ຖານ: ຈຳ​ນວນ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຂຶ້ນ​ເຖິງ​ກ່​ວາ 2.400 ຄົນ

(VOVWORLD) - ທ່ານ Janan Sayeeq ໂຄສົກກະຊວງແກ້ໄຂໄພພິບັດ ອາບການິດສະຖານ ໄດ້ຢັ້ງຢືນວ່າ ມີຄວາມເປັນໄປໄດ້ວ່າ ຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນ ເມື່ອກຳລັງກູ້ໄພກູ້ຊີບພວມຊອກຫາຜູ້ຫາຍສາບສູນທີ່ຕິດຄົງໃນຊາກຫັກພັງ.
ເກີດເຫດ​ແຜ່ນ​ດິນ​ໄຫວ ຢູ່ ອາບ​ກາ​ນິດ​ສະ​ຖານ: ຈຳ​ນວນ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຂຶ້ນ​ເຖິງ​ກ່​ວາ 2.400 ຄົນ - ảnh 1ພາບປະກອບ:  Reuters

ວັນທີ 8 ຕຸລາ, ອຳນາດການປົກຄອງ Taliban ໄດ້ຢັ້ງຢືນມີຜູ້ເສຍຊີວິດຫຼາຍກ່ວາ 2.400 ຄົນ  ໃນເຫດແຜ່ນດິນໄຫວທີ່ເກີດຂຶ້ນໃນວັນທີ 7 ຕຸລາ ຢູ່ ອາບການິດສະຖານ. ນີ້ແມ່ນເຫດແຜ່ນດິນໄຫວທີ່ກໍ່ຜົນເສຍຫາຍທາງດ້ານຊີວິດອິນຊີຂອງມະນຸດຮ້າຍແຮງທີ່ສຸດຢູ່ປະເທດ ອາບການິດສະຖານ ໃນຊຸມປີມໍ່ໆມານີ້.

ທ່ານ Janan Sayeeq ໂຄສົກກະຊວງແກ້ໄຂໄພພິບັດ ອາບການິດສະຖານ ໄດ້ຢັ້ງຢືນວ່າ ມີຄວາມເປັນໄປໄດ້ວ່າ ຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນ ເມື່ອກຳລັງກູ້ໄພກູ້ຊີບພວມຊອກຫາຜູ້ຫາຍສາບສູນທີ່ຕິດຄົງໃນຊາກຫັກພັງ. ຕາມທ່ານ Janan Sayeeq ແລ້ວ, ປັດຈຸບັນມີກຸ່ມ10 ກອງກູ້ໄພກູ້ຊີບ ພວມຜັນຂະຫຍາຍປະຕິບັດວຽກງານກູ້ໄພກູ້ຊີບ.

ຕອບກັບ

ຂ່າວ/ບົດ​ອື່ນ