ເກີດເຫດແຜ່ນດິນໄຫວຢູ່ ອີຣານ ເຮັດໃຫ້ກ່ວາ 500 ຄົນຮັບບາດເຈັບ

(VOVWORLD) -ມີ 513 ຄົນຮັບບາດເຈັບໃນເຫດແຜ່ນດິນໄຫວນີ້. 

ຕອນຄ່ຳວັນທີ 25 ພະຈິກ, ເຫດແຜ່ນດິນໄຫວມີຄວາມແຮງ 6,3 ຣິກເຕີ ໄດ້ເກີດຂຶ້ນຢູ່ແຂວງ Kermanshah, ພາກຕາເວັນຕົກຂອງ ອີຣານ ເຮັດໃຫ້ນັບຮ້ອຍຄົນຖືກຮັບບາດເຈັບ. ຊ່ອງໂທລະພາບແຫ່ງລັດ ອີຣານ ໄດ້ຄັດສະເໜີແຫຼ່ງຂ່າວຈາກເຈົ້າໜ້າທີ່ກ່ຽວຂ້ອງໃຫ້ຮູ້ວ່າ: ມີ 513 ຄົນຮັບບາດເຈັບໃນເຫດແຜ່ນດິນໄຫວນີ້. ເຖິງຢ່າງໃດກໍ່ຕາມ, ສ່ວນຫລາຍລ້ວນແຕ່ແມ່ນກໍລະນີບາດເຈັບເບົາ, ພຽງແຕ່ມີ 33 ຄົນທີ່ຕ້ອງເຂົ້າໂຮງໝໍເທົ່ານັ້ນ. ເຫດແຜ່ນດິນໄຫວເຮັດໃຫ້ເຮືອນຊານ ແລະ ສາຍທາງຫລາຍສາຍຢູ່ຫລາຍສະຖານທີ່ຖືກເປ່ເພ, ນັບທັງໃນເທສະບານເມືອງ ແລະ ເຂດຊານແຂວງ Kermanshah, ກໍ່ຄືເຮັດໃຫ້ໄຟຟ້າດັບຢູ່ເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ