ເກືອບ 180 ຄົນເສຍຊີວິດໃນມື້ທຳອິດ ອິດສະຣາແອນ ເປີດບັ້ນຮົບບຸກໂຈມຕີ ເຂົ້າເຂດກາຊາ ຄືນໃໝ່

(VOVWORLD) - ຈຳນວນຜູ້ເສຍຊີວິດ ແລະ ຖືກບາດເຈັບສ່ວນຫຼາຍແມ່ນສາມັນຊົນ, ໃນນັ້ນມີເດັກນ້ອຍ ແລະ ແມ່ຍິງກວມຈຳນວນຫຼາຍ.
ເກືອບ 180 ຄົນເສຍຊີວິດໃນມື້ທຳອິດ ອິດສະຣາແອນ ເປີດບັ້ນຮົບບຸກໂຈມຕີ ເຂົ້າເຂດກາຊາ ຄືນໃໝ່ - ảnh 1(ພາບປະກອບ ຈາກSputnik)

ຄືດັ່ງກັບຄວາມວິຕົກວັງວົນຂອງຫາງສຽງ, ເລື່ອງກອງທັບ ອິດສະຣາແອນ ເປີດບັ້ນບຸກໂຈມຕີເຂົ້າເຂດກາຊາ ຄືນໃໝ່ໃນວັນທີ 1 ທັນວາ ເຮັດໃຫ້ສາມັນຊົນ ປາແລດສະຕິນ ຫຼາຍຄົນຖືກເສຍຊີວິດ. ຈຳນວນຜູ້ຖືກບາດເຈັບ ແລະ ເສຍຊີວິດໃນການບຸກໂຈມຕີຂອງກອງທັບ ອິດສະຣາແອນ ເຂົ້າເຂດ ກາຊາ ໃນວັນທີ 1 ທັນວາ, ມື້ທຳອິດພາຍຫຼັງໄລຍະຢຸດຍິງມະນຸດສະທຳ, ໄດ້ເຮັດໃຫ້ມີຜູ້ເສຍຊີວິດ  178 ຄົນ ແລະ ເກືອບ 1.000 ຄົນຖືກບາດເຈັບ. ຈຳນວນຜູ້ເສຍຊີວິດ ແລະ ຖືກບາດເຈັບສ່ວນຫຼາຍແມ່ນສາມັນຊົນ, ໃນນັ້ນມີເດັກນ້ອຍ ແລະ ແມ່ຍິງກວມຈຳນວນຫຼາຍ.

ກອງທັບ ອິດສະຣາແອນ ໃຫ້ຮູ້ວ່າ: ກຳລັງກອງທັບອາກາດຂອງປະເທດນີ້ໄດ້ບຸກໂຈມຕີກ່ວາ 200 ເປົ້າໝາຍຂອງຂະບວນການອິດສະລາມ ຮາມາດ. ກຳລັງປ້ອງກັນຕົວ ອິດສະຣາແອນ (IDF) ກໍ່ປະກາດວ່າບັນດາກຸ່ມປະກອບອາວຸດ ປາດແລດສະຕິນ ຢູ່ເຂດ ກາຊາ ໄດ້ຍິງລູກສອນໄຟກ່ວາ 50 ລູກໃສ່ເຂດດິນແດນຂອງ ອິດສະຣາແອນ. ຈຳນວນລູກສອນໄຟທັງໝົດນີ້ຖືກລະບົບປ້ອງກັນອາກາດຍິງສະກັດກັ້ນ ແລະ ບໍ່ກໍ່ຄວາມເສຍຫາຍທາງດ້ານຊີວິດອິນຊີໃດໆ.

ຕອບກັບ

ຂ່າວ/ບົດ​ອື່ນ