ເກືອບ2.000ຕາແສງບັນລຸມາດຖານຊົນນະບົດໃໝ່

ເກືອບ2.000ຕາແສງບັນລຸມາດຖານຊົນນະບົດໃໝ່ - ảnh 1
ທ່ານ ເຈີ່ນ​ແທງ​ນາມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​
ກະ​ສິ​ກຳແລະ ພັດ​ທະ​ນາ​ຊົນ​ນະ​ບົດ
(ພາບ: ໂທລະພາບແທງຮ໋ວາ)

(vovworld)- ​​ຕອນ​ເຊົ້າ ວັນ​ທີ 28/6, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຊີ້​ນຳ​ສູນ​ກາງ​ ໂຄງ​ການຈຸດ​ໝາຍ​ແຫ່ງ​ຊາດກໍ່​ສ້າງ​ຊົນ​ນະ​ບົດໃໝ່, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຈັດ​ຕັ້ງ​ກອງ​ປະ​ຊຸມປະ​ເມີນ​ຜົນ 6 ເດືອນ​ຕົ້ນ​ປີ ແລະ ຜັນ​ຂະ​ຫຍາຍ ວຽກ​ງານ 6 ເດືອນ​ທ້າຍ​ປີ. ​ບົດລາຍ​ງານ​​​ປະ​ເມີນ​ຜົນ 6 ເດືອນ​ຕົ້ນ​ປີ ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດກໍ່ສ້າງຊົນ​ນະ​ບົດ​ໃໝ່ ໃຫ້​ຮູ້​ວ່າ: ​ມາຮອດ​ປັດ​ຈຸ​ບັນ, ທົ່ວ​ປະ​ເທດ ມີ 1.965 ຕາ​ແສງ​ບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່, ກວມ​ເອົາ 22% ​​ຍອດ​ຈຳ​ນວນ​ຕາ​ແສງ​ທົ່ວ​ປະ​ເທດ, ເພີ່ມ​ຂື້ນ​ເກ​ືອບ 5% ​ເມື່ອທຽບ​ໃສ່​ທ້າຍ​ປີ 2015; 23 ຫົວ​ໜ່ວຍ​ຂັ້ນ​ເມືອງ​ ໄດ້​ຮັບ​ການ​ຮັບຮອງວ່າ​ບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່, ເພີ່ມ​ຂື້ນ​ອີກ 8 ເມືອງ ເມື່ອ​ທຽບ​ໃສ່ທ້າຍ​ປີ 2015. ກ່ຽວ​ກັບ​ໜ້າ​ທີ່ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ ເຈີ່ນ​ແທງ​ນາມ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ໃຫ້​ຮູ້​ວ່າ:

        ໂດຍ​ສືບ​​ຕໍ່ການ​ຊຸກ​ຍູ້, ການຊີ້​ນຳ ແລະ ແນະນຳ​ ບັນ​ດາ​ທ້ອງ​ຖິ່ນ​ຍູ້​ໄວ​ຄວາມ​ຄືບ​ໜ້າ​​ໃນ​ການປະ​ຕິ​ບັດ​ບັ​ນ​ດາ​ຈຸດ​​ໝາຍ, ໜ້າ​ທີ່ ແຜນ​ການປີ 2016 ໃຫ້​ເໝາະ​ສົມກັບ​ການ​ກຳ​ນົດ​ທິດທາງປະ​ຕິ​ບັດ​ໂຄງ​ການໃນ​ໄລ​ຍະ 2016-2020. ທຸກ​ຂັ້ນ, ຂະ​ແໜງ​, ທ້ອງ​ຖິ່ນ ​ຄວນສຸມ​ໃສ່​ປັບ​ປຸງ​ບັນ​ດາ​​ກິດ​ຈະ​ກຳ, ພື້​ນ​ຖານ​ໂຄງ​ລ່າງ​ທີ່​ຈຳ​ເປັນ ​ໃນບໍ​ລິ​ເວນ​ເຂດບ້ານ​ຕາ​ແສງ, ເປັນ​ຕົ້ນ​ແມ່ນ​ສຳ​ລັບ​​​ບັນ​ດາຕາ​ແສງ​ທຸກ​ຍາກ, ຕາ​ແສງ​​ທີ​ປະ​ສົບ​ຄວາມຫຍຸ້ງ​ຍາກ​​ເປັນພິ​ເສດ; ຊຸກ​ຍູ້​ການ​ພັດ​ທະ​ນາ​ຕາມ​ລະ​ບົບ​ມູນ​ຄ່າ​ ຮັບ​ປະ​ກັນ​ຄວາ​ມ​ປອດ​ໄພ​ສະ​ບຽງອາ​ຫານ ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ; ມີມ​າດ​ຕະ​ການ​ແກ້​ໄຂ, ກົນ​ໄກ​ນະ​ໂຍ​ບາຍ ເທື່ອ​ລະ​ກ້າວ ເພື່ອ​​ປັບ​ປຸງ​ສະ​ພາບ​ແວດ​ລ້ອມຊົນ​ນະ​ບົດ​ບາດ​ກ້າວ​ໜຶ່ງ​ຢ່າງ​ຮອບ​ດ້ານ​.

        ຕາມ​ຄະ​ນະ​ຊີ້​ນຳ​, ຮອ​ດ​ທ້າຍ​ປີ 2016, ​ຈະສູ້​ຊົນ ໃຫ້​ມີ​ປະ​ມ​ານ 25% ​ຈຳ​ນວ​ນ​ຕາ​ແສງ ແລະ 30-35 ຫົວ​ໜ່ວຍ​ຂັ້ນ​ເມື​ອງ ບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່. ປັດ​ຈຸ​ບັນ​ທົ່ວ​ປະ​ເທດ​​ລະ​ດົ​ມ​ທຶນ​ໄດ້​ປະ​ມານ 263.000 ຕື້​ດົ່ງ​ ຈາກ​​ແຫຼ່ງ​ຕ່າງໆ ເພື່​ອປະຕິ​ບັດ​ໂຄງ​ການ, ໃນ​ນັ້ນ​, ​ທະ​ນາ​ຄານ​ສູນ​ກາງ ໄດ້​ຈັດ​ສັນ​ທຶນ​ໄດ້​ກວ່າ 7.300 ​ຕື້​ດົ່ງ​.

ຂ່າວ/ບົດ​ອື່ນ