ເຂົ້າ​ເຖິງນະ​ໂຍ​ບາ​ຍ​ແບບກວມ​ລວມ ເພື່ອ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ຂອງວຽກ​ງານ​ປະ​ຊາ​ກອນ ແລະ ການ​ພັດ​ທະ​ນາ

(VOVWORLD) -  ຕາມບົດລາຍງານຂອງກະຊວງສາທາລະນະສຸກ, ຂອບຂະໜາດປະຊາກອນຂອງ ຫວຽດນາມ ໃນປີ 2023 ແມ່ນປະມານກວ່າ 100 ລ້ານຄົນ, ລະດັບຄວາມໄວໃນການເພີ່ມປະຊາກອນແມ່ນ 0,84%. 
ເຂົ້າ​ເຖິງນະ​ໂຍ​ບາ​ຍ​ແບບກວມ​ລວມ ເພື່ອ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ຂອງວຽກ​ງານ​ປະ​ຊາ​ກອນ ແລະ ການ​ພັດ​ທະ​ນາ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ (ພາບ: VOV)

ແກ້ໄຂບັນດາສິ່ງທ້າທາຍຂອງວຽກງານປະຊາກອນ ແລະ ພັດທະນາຕ້ອງເຂົ້າເຖິງນະໂຍບາຍທາງດ້ານເສດຖະກິດ, ການເມືອງ, ການໜູນຊ່ວຍສັງຄົມ, ການສຶກສາ… ແບບກວມລວມ; ມຸ່ງໄປເຖິງການບັນລຸໄດ້ຄວາມກົມກ່ຽວ, ແທດເໝາະຂອງຂອບຂະໜາດ, ໂຄງສ້າງ, ຄຸນນະພາບປະຊາກອນລະຫວ່າງບັນດາເຂດ, ພາກ. ນີ້ແມ່ນການເນັ້ນໜັກຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບປະຊາກອນ ແລະ ການພັດທະນາ, ໃນກອງປະຊຸມຜັນຂະຫຍາຍວຽກງານປີ 2024 ຂອງຄະນະຊີ້ນຳ, ເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 15 ມີນາ, ຢູ່ສຳນັກງານລັດຖະບານທີ່ນະຄອນຫຼວງຮ່າໂນ້ຍ.

        ຕາມບົດລາຍງານຂອງກະຊວງສາທາລະນະສຸກ, ຂອບຂະໜາດປະຊາກອນຂອງ ຫວຽດນາມ ໃນປີ 2023 ແມ່ນປະມານກວ່າ 100 ລ້ານຄົນ, ລະດັບຄວາມໄວໃນການເພີ່ມປະຊາກອນແມ່ນ 0,84%. ຈຳນວນ ແລະ ອັດຕາປະຊາກອນພວມຢູ່ໄວອອກແຮງງານແມ່ນກວມເອົາເກືອບ 70% ປະຊາກອນທັງໝົດ. ຄາດວ່າ, ຮອດປີ 2038, ຫວຽດນາມ ຈະແມ່ນປະເທດມີປະຊາກອນອາຍຸສູງກວມເອົາສ່ວນຫຼາຍ. 

        ໃນກອງປະຊຸມ, ບັນດາສະມາຊິກໃນຄະນະຊີ້ນຳ, ຜູ້ຕາງໜ້າກະຊວງ, ຂະແໜງການ, ທ້ອງຖິ່ນ, ນັກຊ່ຽວຊານ… ໄດ້ປຶກສາຫາລືບັນດາມາດຕະການ, ສະເໜີໃຫ້ມີການປັບປຸງ, ສ້າງກົນໄກ, ນະໂຍບາຍ, ກອບນິຕິກຳ ແລະ ກົງຈັກການຈັດຕັ້ງເຄື່ອນໄຫວໃນວຽກງານປະຊາກອນ ແລະ ການພັດທະນາໃຫ້ສົມບູນແບບ.


ຕອບກັບ

ຂ່າວ/ບົດ​ອື່ນ