ເຈົ້າຫນ້າທີ່ ອີຢູ ຢັ້ງຢືນ ຄວນຮັກສາຊ່ອງທາງໂອ້ລົມສົນທະນາກັບ ລັດເຊຍ

(VOVWORLD) -ທ່ານ Antony Blinken ລັດຖະມົນຕີ ການຕ່າງປະເທດ ອາເມລິກາ ແລະ ຄູ່ຕຳແຫນ່ງ ລັດເຊຍ ທ່ານ Sergei Lavrov ໄດ້ມີການພົບປະແລກປ່ຽນຄຳເຫັນຢູ່ນອກກອງປະຊຸມລັດຖະມົນຕີ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວຫນ້າໂລກ (G20) ຢູ່ New Delhi 

ວັນທີ 3 ມີນາ, ທ່ານ Josep Borrell ຜູ້ຕາງຫນ້າຂັ້ນສູງກ່ຽວກັບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການໂອ້ລົມສົນທະນາຂອງສະຫະພາບເອີລົບ (ອີຢູ) ຖືວ່າ: ຄວນຮັກສາມາດຕະການໂອ້ລົມສົນທະນາ ກັບລັດເຊຍ. ເຈົ້າຫນ້າທີ່ ອີຢູ ຖືວ່າ: ການພົວພັນທາງການທູດກັບ ມົດສະກູ ໄດ້ມີການປັບປຸງຢ່າງຈະແຈ້ງ ເມື່ອທ່ານ Antony Blinken ລັດຖະມົນຕີ ການຕ່າງປະເທດ ອາເມລິກາ ແລະ ຄູ່ຕຳແຫນ່ງ ລັດເຊຍ ທ່ານ Sergei Lavrov ໄດ້ມີການພົບປະແລກປ່ຽນຄຳເຫັນຢູ່ນອກກອງປະຊຸມລັດຖະມົນຕີ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວຫນ້າໂລກ (G20) ຢູ່ New Delhi ປະເທດ ອິນເດຍ. ໃນວັນດຽວກັນ, ກະຊວງການຕ່າງປະເທດ ສ. ເກົາຫລີ ແຈ້ງວ່າ: ຈະຮັກສາການໂອ້ລົມສົນທະນາກັບ ລັດເຊຍ ເພື່ອເປົ້າໝາຍຮັກສາບັນດາການພົວພັນສອງຝ່າຍຢ່າງເປັນປົກກະຕິ. ແຈ້ງການດັ່ງກ່າວໄດ້ຍົກອອກມາ ພາຍຫລັງ ກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານ ສ. ເກົາຫລີ ໄດ້ເພີ່ມເຕີມ 741 ປະເພດສິນຄ້າເຂົ້າບັນຊີລາຍຊື່ກວດກາການສົ່ງອອກໄປຍັງ ລັດເຊຍ ແລະ ເບລາຣຸດ ໃນວັນທີ 24 ກຸມພາ.

ຕອບກັບ

ຂ່າວ/ບົດ​ອື່ນ