ເຈົ້າໜ້າທີ່ການທູດສ.ເກົາຫຼີ-ຈີນ-ຍີ່ປຸ່ນປະຊຸມກຽມພ້ອມໃຫ້ກອງປະຊຸມລັດຖະມົນຕີການຕ່າງປະເທດ

ເຈົ້າໜ້າທີ່ການທູດສ.ເກົາຫຼີ-ຈີນ-ຍີ່ປຸ່ນປະຊຸມກຽມພ້ອມໃຫ້ກອງປະຊຸມລັດຖະມົນຕີການຕ່າງປະເທດ - ảnh 1
(ພາບປະກອບ)

(vovworld) - ​ ​ ສຳນັກ​ຂ່າວສານ Yonhap ຄັດ​ສະ​ເໜີ​ຂ່າວ​ຈາກ​ກະຊວງ​ການ​ຕ່າງປະ​ເທດ ສ:​ເກົາຫຼີ ​ໃຫ້​ຮູ້​ວ່າ: ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດ ສ.​ເກົາຫຼີ, ຈີນ ​ແລະ ຍີ່ປຸ່ນ ​ໄດ້​ປະຊຸມ​ຢູ່ ​ໂຕ​ກຽວ ​ໃນ​ວັນ​ທີ 21/08 ​ເພື່ອ​ກະກຽ​ມ​ໃຫ້​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຄັ້ງທຳ​ອິດ ​ໃນ 5 ປີຜ່ານມາ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງລະຫວ່າງ 3 ປະ​ເທດ​ຖານ​ບ້ານ​ໃກ້​ເຮືອງ​ຄຽງ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ນີ້. ​ເຂົ້າ​ຮ່ວມ​ການ​ປະຊຸມ​ມີທ່ານ Kim Hyoung-zhin ຮອ​ງລັດຖະມົນຕີ​ການ​ຕ່າງປະ​ເທດ ສ.​ເກົາຫຼີ ພ້ອມ​ກັບ​ຄູ່​ຕຳ​ແໜ່ງ ຈີນ ຫຼຽວ​ເຈີ​ນໝີ​ນ ​ແລະ Take Akiba ຂອງ ຍີ່ປຸ່ນ. ນີ້​ແມ່ນ​ການ​ປະຊຸມ​ຂັ້ນ​ຮອງ​ລັດຖະມົນຕີ​ຄັ້ງ​ທີ 11 ນັບ​ແຕ່​ເມື່ອ​ກົນ​ໄກ​ນີ້ ມີ​ຜົນ​ສັກສິດ​ໃນ​ເດືອນມີນາ​ ປີ 2007, ​ອັນໄດ້​ສ້າງ​ເປັນ​ຊ່ອງສຳຄັນ ​ເພື່ອ​ແລກປ່ຽນ​ຄຳ​ເຫັນ​ລະຫວ່າງ 3 ປະ​ເທດ. ການ​ປະ​ຊຸມ​ໃນ​ຄັ້ງ​ນີ້ ​ເພື່ອ​ແນ​ໃສ​່ກຽມພ້ອມ​ໃຫ້​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ 3 ປະ​ເທດ ​ເຊິ່ງ ​ໂຕ​ກຽວ ຢາກ​ຈັດ​ຕັ້ງ​ໃນ​ວັນ​ທີ 24/08.

 

 

ຂ່າວ/ບົດ​ອື່ນ