ເຈົ້າໜ້າທີ່ອາຊຽນ ຈັດກອງປະຊຸມຈັດກຽມໃຫ້ແກ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 20

ເຈົ້າໜ້າທີ່ອາຊຽນ ຈັດກອງປະຊຸມຈັດກຽມໃຫ້ແກ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 20 - ảnh 1
ພາບປະກອບ
ບັນດາ​ເຈົ້າໜ້າ​ທີ່​ຂັ້ນສູງອາ​ຊຽນ ຮັບຜິດຊອບ​ບັນຫາ​ເສດຖະກິດ, ຄວາມ​ໝັ້ນຄົງ ​ແລະ ວັດທະນະທຳ​ສັງຄົມ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ​ເລີ່​ມຈັດການ​ປະຊຸມ​ຢູ່​ນະຄອນຫຼວງ ພະນົມ​ເປັນ ປະ​ເທດ​ກຳປູ​ເຈຍ ​ເພື່ອ​ກະກຽມ​ໃຫ້​ແກ່​​ໂຄງການ​ດຳ​ເນີນ​ງານ ​ແລະ ​​ເອ​ກະສາ​ນ​ໃຫ້ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງທີ 20 ​ແລະ​ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ ຊື່​ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 3-4/4 ທີ່​ຈະ​ມາ​ເຖິງ. ຕາມ​ແຜນການ​ແລ້ວ, ​ໃນ​ການ​ປະຊຸມ​ຮ່ວມ ​ແລະ ​​ໃນກອງ​ປະຊຸມ​ທີ່​ກ່ຽວຂ້ອງຕ່າງໆ,  ບັນດາ​ເຈົ້າໜ້າ​ທີ່​ຂັ້ນສູງອາ​ຊຽນ ຈະ​ປຶກສາ​ຫາລື ​ແລະ ກະກຽມ​ເອກະສານ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ຂົງ​ເຂດເສດຖະກິດ, ຄວາມ​ໝັ້ນຄົງ ​ແລະ ວັດທະນະທຳ​ສັງຄົມ​ ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ​ແລະ ​ບັນດາ​ກອງ​ປະຊຸມ​ຂັ້ນສູງ​ທີ່​ກ່ຽວຂ້ອງ. ສຳລັບ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ, ບັນດາ​ເຈົ້າໜ້າ​ທີ່​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ເອກະສານ​ຕ່າງໆ​ທີ່​ກ່ຽວຂ້ອງ​ເຖິງ​ລະບຽບການ​ປະພຶດ​ຕໍ່​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ການ​ສ້າງຕັ້ງສະຖາບັນ​ອາ​ຊຽນກ່ຽວ​ກັບ​ສັນຕິພາບ….​ໃນ​ບັນຫາ​ວັດທະນະທຳ-​ສັງຄົມ, ບັນດາ​ເຈົ້າໜ້າ​ທີ່​ຈະ​ຊັບຊ້ອນ​ບາງ​ເອກະສານ​ທີ່​ກ່ຽວຂ້ອງ​ເຖິງ​ຄຳ​ນິຍາມ​ບັນດາ​ວິ​ສາ​ຫະກິດ​ວັດທະນະທຳ​ຂະໜາດ​ກາງ ​ແລະ ຂະໜາດ​ໜ້ອຍ, ບັນດາ​ງານ​ບຸນ​ວັດທະນະທຳ​ສິລະ​ປະ​ພາກ​ພື້ນ​ອາ​ຊຽນ ກໍ​ຄື​ບັນຫາ​ຄົນ​ເຂົ້າ​ເມືອງ, ຢາ​ເສບ​ຕິດ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ບັນຫາ​ແມ່ຍິງ, ​ເດັກນ້ອຍ….
ຂ່າວ/ບົດ​ອື່ນ