ເຊີດຊູຊາວກະສິກອນດີເດັ່ນ 63 ຄົນ ແລະ 24 ຄົນເປັນແບບຢ່າງໃນ 30 ປີແຫ່ງການປ່ຽນແປງໃໝ່

(VOVWORLD) - ຊາວກະສິກອນດີເດັ່ນ 63 ຄົນ ແລະ 24 ຄົນເປັນແບບຢ່າງໃນ 30 ປີແຫ່ງການປ່ຽນແປງໃໝ່ ຈະໄດ້ຮັບການເຊີດຊູໃນລາຍການ “ເອກອ້າງທະນົງໃຈຊາວກະສິກອນ ຫວຽດນາມ” ໃນວັນທີ 14 ຕຸລາ ຢູ່ ຮ່າໂນ້ຍ.
ເຊີດຊູຊາວກະສິກອນດີເດັ່ນ 63 ຄົນ ແລະ 24 ຄົນເປັນແບບຢ່າງໃນ 30 ປີແຫ່ງການປ່ຽນແປງໃໝ່ - ảnh 1 ການປະຊຸມຂ່າວໃນວັນທີ 05 ຕຸລາ

ໃນນັ້ນ ຊາວກະສິກອນດີເດັ່ນ 63 ຄົນໄດ້ຮັບນາມມະຍົດ “ຊາວກະສິກອນ ຫວຽດນາມ ດີເດັ່ນ”, ລາຍການກໍ່ຄັດເລືອກ 24 ຄົນເປັນແບບຢ່າງຊາວກະສິກອນດີເດັ່ນ ທີ່ມີຜົນງານດີເລີດ ປະກອບສ່ວນສຳຄັນເຂົ້າໃນຂົງເຂດກະສິກຳ, ກະສິກອນ, ຊົນນະບົດ ຜ່ານ 30 ປີແຫ່ງການປ່ຽນແປງໃໝ່. ກ່າວຄຳເຫັນທີ່ການປະຊຸມຂ່າວໃນວັນທີ 05 ຕຸລາ, ທ່ານ ຟ້າມຕ໋ຽນນາມ ຮອງປະທານສູນກາງສະມາຄົມຊາວກະສິກອນ ຫວຽດນາມ ເນັ້ນໜັກວ່າ:

        “ບັນດາແບບຢ່າງທີ່ດີເດັ່ນນີ້ ຕ່າງໜ້າໃຫ້ຊົນຊັ້ນຊາວກະສິກອນ ປະຕິບັດແຜນນະໂຍບາຍຂອງພັກ, ນະໂຍບາຍດ້ານກົດໝາຍຂອງລັດ, ບັນດາມາດຕະການຂອງລັດຖະບານໃນການພັດທະນາກະສິກຳ, ກະສິກອນ, ຊົນນະບົດໃນ 30 ປີແຫ່ງການປ່ຽນແປງໃໝ່ຂອງປະເທດຊາດຢ່າງມີປະສິດທິຜົນ. ບັນດາຊາວກະສິກອນໄດ້ຮັບການເຊີດຊູ ຈະແມ່ນກຳລັງນຳໜ້າ ເຂົ້າຮ່ວມກໍ່ສ້າງຊົນນະບົດໃໝ່, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພັດທະນາກະສິກຳແບບຍືນຍົງ.

 

ຕອບກັບ

ຂ່າວ/ບົດ​ອື່ນ