ເຊີດ​ຊູວິ​ສາ​ຫະ​ກິດ 39 ແຫ່ງ​ທີ່​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ວຽກ​ງານ​ສັງ​ຄົມ

(VOVWORLD) - ວັນທີ 8 ທັນວາ ຢູ່ຮ່າໂນ້ຍ, ສະຫະສະມາຄົມການຄ້າ ອາເມລິກາ ຢູ່ ຮ່າໂນ້ຍ (AmCham Hanoi) ໄດ້ຈັດພິທີມອບລາງວັນ ແລະ ເຊີດຊູບັນດາບໍລິສັດສະມາຊິກທີ່ມີການເຄື່ອນໄຫວພົ້ນເດັ່ນທີ່ສຸດ ໃນວຽກງານສັງຄົມ (CSR) ໃນປີ 2021.
ເຊີດ​ຊູວິ​ສາ​ຫະ​ກິດ 39 ແຫ່ງ​ທີ່​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ວຽກ​ງານ​ສັງ​ຄົມ - ảnh 1 ປີ 2021 ນີ້, ມີບໍລິສັດ 39 ແຫ່ງ ໄດ້ຮັບການເຊີດຊູ ຍ້ອນໄດ້ຊ່ວຍເຫຼືອ ຫວຽດນາມ ໃນໄລຍະເກີດໂລກລະບາດໂຄວິດ - 19 (ພາບ: thanhnien.vn)

ນີ້ແມ່ນປີທີ 7 ເຊິ່ງ AmCham ໄດ້ຈັດການເຊີດຊູປະຈຳປີ CSR ດ້ວຍຈຸດປະສົງຍົກສູງຄວາມຮັບຮູ້ກ່ຽວກັບຄວາມຮັບຜິດຊອບຕໍ່ສັງຄົມຂອງວິສາຫະກິດໃຫ້ແກ່ບັນດາສະມາຊິກຂອງ AmCham ແລະ ວົງຄະນະຍາດ. ຜ່ານນັ້ນ, ຮັບຮູ້ການເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ພົ້ນເດັ່ນຂອງບັນດາບໍລິສັດໃນວຽກງານລວມຂອງສັງຄົມຢູ່ ຫວຽດນາມ.

        ປີ 2021 ນີ້, ມີບໍລິສັດ 39 ແຫ່ງ ໄດ້ຮັບການເຊີດຊູ ຍ້ອນໄດ້ຊ່ວຍເຫຼືອ ຫວຽດນາມ ໃນໄລຍະເກີດໂລກລະບາດໂຄວິດ - 19. ນີ້ກໍແມ່ນພະຍານຫຼັກຖານແກ່ການພົວພັນລະຫວ່າງການເຄື່ອນໄຫວດໍາເນີນທຸລະກິດ ແລະ ການປະພຶດໃນສັງຄົມ; ຕາມນັ້ນແລ້ວ, ວິສາຫະກິດທີ່ດຳເນີນທຸລະກິດຢູ່ສາມາດສ້າງຄຸນຄ່າເສດຖະກິດ ແລະ ສັງຄົມຍາວນານຢູ່ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ