ເຊີດ​ຊູ​ສີ​ສັນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຜ່ານ​ວັນ​ບຸນອາ​ຊີ 2022

(VOVWORLD) -ນີ້ແມ່ນຄັ້ງທີ 4 ທີ່ “ວັນບຸນ ອາຊີ” ຖືກຈັດຂຶ້ນຢູ່ນະຄອນຫຼວງ Bratislava ເພື່ອແນໃສ່ເຊີດຊູສີສັນວັດທະນະທຳ, ໂຄສະນາການທ່ອງທ່ຽວ ແລະ ອາຫານການກິນ ອາຊີ ໃຫ້ແກ່ປະຊາຊົນ Slovakia ແລະ ແຂກທ່ອງທ່ຽວສາກົນ.
ເຊີດ​ຊູ​ສີ​ສັນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຜ່ານ​ວັນ​ບຸນອາ​ຊີ 2022 - ảnh 1ການປະກວດນຸ່ງຊຸດເສື້ອຍາວ 

ວັນທີ 1 ຕຸລາ, ຢູ່ນະຄອນຫຼວງ Bratislava (Slovakia), “ວັນບຸນອາຊີ 2022” ໄດ້ຈັດຂຶ້ນຢ່າງເປັນທາງການພາຍໃຕ້ການສົມທົບຂອງສະຖານທູດ ຫວຽດນາມ ພ້ອມດ້ວຍສະຖານທູດ ຍີ່ປຸ່ນ, ອິນເດເນເຊຍ, ຈີນ ແລະ ອຳນາດການປົກຄອງນະຄອນ Bratislava. ນີ້ແມ່ນຄັ້ງທີ 4 ທີ່ “ວັນບຸນ ອາຊີ” ຖືກຈັດຂຶ້ນຢູ່ນະຄອນຫຼວງ Bratislava ເພື່ອແນໃສ່ເຊີດຊູສີສັນວັດທະນະທຳ, ໂຄສະນາການທ່ອງທ່ຽວ ແລະ ອາຫານການກິນ ອາຊີ ໃຫ້ແກ່ປະຊາຊົນ Slovakia ແລະ ແຂກທ່ອງທ່ຽວສາກົນ.

ເອກອັກຄະລັດຖະທູດບັນດາປະເທດ ຫວຽດນາມ, ຍີ່ປຸ່ນ, ອິນໂດເນເຊຍ, ຈີນ ຢັ້ງຢືນວ່າ ຍາມໃດກໍຖືເປັນສຳຄັນການຮ່ວມມືກັບ Slovakia ກໍຄືການຮ່ວມມືລະຫວ່າງບັນດາປະເທດ ອາຊີ ນຳກັນ, ປະກອບສ່ວນສ້າງພາບພົດພາກພື້ນ ອາຊີ ທີ່ສະໜິດສະໜົມ, ພ້ອມແລ້ວທີ່ຈະເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງ Slovakia.

ມີຫຼາຍລາຍການສິລະປະວັນນະຄະດີ, ລາຍການຕີມວຍທີ່ເປັນເອກະລັກສະເພາະຂອງບັນດາປະເທດ ຍີ່ປຸ່ນ, ອິນໂດເນເຊຍ, ຈີນ ແລະ ຫວຽດນາມ ໄດ້ນຳມາສະແດງໃນວັນບຸນ, ອັນໄດ້ສ້າງຄວາມຈັບອົກຈັບໃຈແກ່ຜູ້ແຂກທ່ອງທ່ຽວ ແລະ ປະຊາຊົນປະເທດປະຈຳຖິ່ນ. ນອກຈາກນັ້ນແລ້ວ, ແຂກທ່ອງທ່ຽວຍັງໄດ້ຮັບຊິມອາຫານພື້ນບ້ານຕ່າງໆຂອງບັນດາປະເທດ ອາຊີ ກໍຄືມີປະສົບການໃໝ່ທີ່ໜ້າຈື່ຈຳສຳລັບວັດທະນະທຳ, ອາຫານການກິນ ຫວຽດນາມ.

ຫາຍດັງ - ນັກຂ່າວ VOV ປະຈຳ ສ.ເຊັກໂກ.


ຕອບກັບ

ຂ່າວ/ບົດ​ອື່ນ