ເຊື່ອມ​ຕໍ່​ການ​ແລກ​ປ່ຽ​ນ​ດ້ານ​ການ​ຄ້າ​ວິ​ສາ​ຫະ​ກິດ ຫວຽດ​ນາມ-​ອິນ​ເດຍ

(VOVWORLD) - ການຄ້າສອງຝ່າຍ ຫວຽດນາມ-ອິນເດຍ ປີ 2023 ບັນລຸ 14,36 ຕື້ USD.
ເຊື່ອມ​ຕໍ່​ການ​ແລກ​ປ່ຽ​ນ​ດ້ານ​ການ​ຄ້າ​ວິ​ສາ​ຫະ​ກິດ ຫວຽດ​ນາມ-​ອິນ​ເດຍ - ảnh 1

(ພາບ: TTXVN)

    ໃນວັນທີ 7-8 ມີນາ, ຢູ່ນະຄອນໂຮ່ຈີມິນ, ໄດ້ຈັດກອງປະຊຸມວິສາຫະກິດ ຫວຽດນາມ-ອິນເດຍ ແລະ ບັນດາການເຊື່ອມຕໍ່ການແລກປ່ຽນດ້ານການຄ້າໂດຍກົງລະຫວ່າງສອງປະເທດ.

   ເຂົ້າຮ່ວມເຫດການຄັ້ງນີ້, ມີຜູ້ຕາງໜ້າບັນດາກຸ່ມບໍລິສັດ, ນັກຜະລິດ, ດຳເນີນທຸລະກິດທີ່ມີອິດທິພົນຊື່ສຽງອັນດັບໜຶ່ງຂອງ ອິນເດຍ ໃນຫຼາຍຂົງເຂດ. ຄຽງຂ້າງບັນດາການເຄື່ອນໄຫວແລກປ່ຽນດ້ານການຄ້າ, ເຊື່ອມຕໍ່ການລົງທຶນ, ປະຊາຄົມວິສາຫະກິດ ອິນເດຍ ໄດ້ອັບເດດຂໍ້ມູນທີ່ມີປະໂຫຍດ ກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ ແລະ ບັນດານະໂຍບາຍພັດທະນາການພົວພັນດ້ານເສດຖະກິດ, ການຄ້າຂອງສອງປະເທດ ຫວຽດນາມ-ອິນເດຍ

   ການຄ້າສອງຝ່າຍ ຫວຽດນາມ-ອິນເດຍ ປີ 2023 ບັນລຸ 14,36 ຕື້ USD. ກ່ຽວກັບການພົວພັນດ້ານການລົງທຶນ, ປະຈຸບັນ, ອິນເດຍ ມີກ່ວາ 400 ໂຄງການລົງທຶນຢູ່ ຫວຽດນາມ ດ້ວຍຍອດຈຳນວນທຶນຈົດທະບຽນປະມານ 1 ຕື້ USD, ຢືນອັນດັບທີ 26 ໃນຈຳນວນທັງໝົດ 141 ປະເທດ ແລະ ເຂດແຄ້ວນລົງທຶນຢູ່ ຫວຽດນາມ. ຂົງເຂດທີ່ ອິນເດຍ ສຸມໃສ່ສ່ວນຫຼາຍແມ່ນພະລັງງານ, ພະລັງງານທົດແທນ, ການຂົນສົ່ງທາງທະເລ, ເຕັກໂນໂລຊີຂໍ້ມູນຂ່າວສານ…

ຕອບກັບ

ຂ່າວ/ບົດ​ອື່ນ