ເຊື່ອມ​ຕໍ່​ລະ​ຫວ່າງ​ບໍ​ລິ​ສັດ​ສະ​ໜອງ​ຢູ່ເຂດ​ພາກ​ເໜືອ ແລະ ທາງ​ທິດ​ເໜືອ​ພາ​ກກາງ ກັບ​ວິ​ສາ​ຫະ​ກິດ​ສົ່ງ​ອອກ

(VOVWORLD) -ກ່າວຄຳເຫັນໄຂລາຍການ, ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດທັ໊ງຫາຍ ໃຫ້ຮູ້ວ່າ, ປີ 2022ກະຊວງອຸດສາຫະກຳ ແລະ ການຄ້າໄດ້ມອບໃຫ້ກົມສົ່ງເສີມການຄ້າເປັນເຈົ້າການສົມທົບກັບ 5 ທ້ອງຖິ່ນລວມມີ ຮ່າຢາງ, ຮ່ວາບິ່ງ, ຝູເທາະ, ຕວຽນກ໋ວາງ ແລະ ອຽນບ໊າຍ ຮ່ວມກັນຈັດຕັ້ງ ລາຍການ
ເຊື່ອມ​ຕໍ່​ລະ​ຫວ່າງ​ບໍ​ລິ​ສັດ​ສະ​ໜອງ​ຢູ່ເຂດ​ພາກ​ເໜືອ ແລະ ທາງ​ທິດ​ເໜືອ​ພາ​ກກາງ ກັບ​ວິ​ສາ​ຫະ​ກິດ​ສົ່ງ​ອອກ - ảnh 1ລາຍການ “ເຊື່ອມຕໍ່ການພົວພັນແລກປ່ຽນການຄ້າລະຫວ່າງ ບໍລິສັດສະໜອງຢູ່ເຂດພາກເໜືອ ແລະ ທາງທິດເໜືອພາກກາງ ກັບວິສາຫະກິດສົ່ງອອກ ແລະ ອົງການສົ່ງເສີມການຄ້າ” ປີ 2022
(ພາບ:congthuong.vn)

ມີວິສາຫະກິດກ່ວາ 400 ແຫ່ງຈາກ 23 ແຂວງ, ນະຄອນເຂົ້າຮ່ວມລາຍການ “ເຊື່ອມຕໍ່ການພົວພັນແລກປ່ຽນການຄ້າລະຫວ່າງ ບໍລິສັດສະໜອງຢູ່ເຂດພາກເໜືອ ແລະ ທາງທິດເໜືອພາກກາງ ກັບວິສາຫະກິດສົ່ງອອກ ແລະ ອົງການສົ່ງເສີມການຄ້າ” ປີ 2022 ໄດ້ດຳເນີນໃນຕອນບ່າຍວັນທີ 20 ພຶດສະພາ, ໂດຍກົມສົ່ງເສີມການຄ້າສັງກັດ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ສົມທົບກັບບັນດາທ້ອງຖິ່ນຢູ່ເຂດພາກເໜືອ ແລະ ທາງທິດເໜືອພາກກາງຈັດຂຶ້ນ.

ກ່າວຄຳເຫັນໄຂລາຍການ, ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດທັ໊ງຫາຍ ໃຫ້ຮູ້ວ່າ, ປີ 2022ກະຊວງອຸດສາຫະກຳ ແລະ ການຄ້າໄດ້ມອບໃຫ້ກົມສົ່ງເສີມການຄ້າເປັນເຈົ້າການສົມທົບກັບ 5 ທ້ອງຖິ່ນລວມມີ ຮ່າຢາງ, ຮ່ວາບິ່ງ, ຝູເທາະ, ຕວຽນກ໋ວາງ ແລະ ອຽນບ໊າຍ ຮ່ວມກັນຈັດຕັ້ງ ລາຍການ“ເຊື່ອມຕໍ່ການພົວພັນແລກປ່ຽນການຄ້າລະຫວ່າງ ບໍລິສັດສະໜອງຢູ່ເຂດທ້ອງຖິ່ນ ກັບບັນດາວິສາຫະກິດສົ່ງອອກ ແລະ ອົງການສົ່ງເສີມການຄ້າ” ຄັ້ງທຳອິດປະສົບຜົນສຳເລັດທີ່ສຸດ.

ໃນຂອບເຂດລາຍການລະດັບຊາດ ກ່ຽວກັບການສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ສືບຕໍ່ມອບໝາຍໃຫ້ກົມສົ່ງເສີມການຄ້າສົມທົບກັບທ້ອງຖິ່ນຕ່າງໆຈັດຕັ້ງລາຍການ“ເຊື່ອມຕໍ່ການພົວພັນແລກປ່ຽນການຄ້າລະຫວ່າງ ບໍລິສັດສະໜອງ ກັບບັນດາວິສາຫະກິດສົ່ງອອກ ແລະ ອົງການສົ່ງເສີມການຄ້າ” ດ້ວຍຂອບຂະໜາດໃຫຍ່ຕາມ 3 ພາກ: ເໜືອ, ກາງ, ໃຕ້. ລາຍການແມ່ນມຸ່ງໄປເຖິງການສ້າງພື້ນຖານທະວີຄູນຢູ່ເຂດພາກໃຫ້ກາຍເປັນການເຄື່ອນໄຫວສົມທົບກັນເປັນປົກກະຕິ ລະຫວ່າງເຂດ ແລະ ທ້ອງຖິ່ນ ເພື່ອປະກອບສ່ວນສ້າງລະບົບມູນຄ່າຮ່ວມສຳພັນການຜະລິດ, ແຈກຢາຍ, ຈຳໜ່າຍ ແລະ ສົ່ງອອກແບບຍືນຍົງ, ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ