ເຊື່ອມ​ຕໍ່​​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ ແລະ 13 ແຂ​ວງ, ນະ​ຄອນ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ

(VOVWORLD) -ໂຄງການເຊື່ອມຕໍ່ການຮ່ວມມືພັດທະນາການທ່ອງທ່ຽວນະຄອນໂຮ່ຈີມິນ ກັບ 13 ແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແລະ ປຸກລະດົມ “ການເປີດປະຕູທ່ອງທ່ຽວຄືນໃໝ່ໃນເງື່ອນໄຂປົກກະຕິໃໝ່” ໄດ້ດຳເນີນໃນວັນທີ 18 ມີນາຢູ່ນະຄອນ ບາກລຽວ, ແຂວງ ບາກລຽວ.

ເຊື່ອມ​ຕໍ່​​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ ແລະ 13 ແຂ​ວງ, ນະ​ຄອນ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ - ảnh 1ພາບປະກອບ: TTXVN

ກ່າວຄຳເຫັນທີກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ດ່ວານວັນວຽດ ໃຫ້ຮູ້ວ່າ ນະຄອນໂຮ່ຈີມິນ ແລະ 13 ແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ກຳນົດຈຸດສຸມຂົງເຂດ ເຊື່ອມຕໍ່ການຮ່ວມມື ແລະ ລົງນາມຂໍ້ກຳນົດ, ຂໍ້ຕົກລົງຮ່ວມມລະຫວ່າງເຂດ. ນີ້ແມ່ນພື້ນຖານສຳຄັນ ເພື່ອໃຫ້ບັນດາທ້ອງຖິ່ນຍູ້ແຮງຜັນຂະຫຍາຍການເຄື່ອນໄຫວເລີ່ມຕົ້ນການທ່ອງທ່ຽວຄືນໃໝ່ໃຫ້ແທດຈິງ, ມີປະສິດທິຜົນໃນໄລຍະຈະມາເຖິງ. ໃນໂອກາດນີ້, ນະຄອນໂຮ່ຈີມິນ ແລະ 13 ແຂວງ, ນຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມໄດ້ລົງນາມການຮ່ວມມືພັດທະນາການທ່ອງທ່ຽວ ແລະ ປຸກລະດົມ “ການເປີດປະຕູທ່ອງທ່ຽວຄືນໃໝ່ໃນເງື່ອນໄຂປົກກະຕິໃໝ່”.

ຕອບກັບ

ຂ່າວ/ບົດ​ອື່ນ